(vovworld) - ໂດຍໄດ້ຮັບຄຳເຊີນຂອງສະຫະພັນລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ, ຄະນະພະນັກງານຂັ້ນສູງສັງກັດກຸ່ມບັນດາສະມາຊິກສະພາແຫ່ງຊາດຫວຽດນາມ - ຍີ່ປຸ່ນ ໂດຍທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ເລຂາສູງກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກສະພາແຫ່ງຊາດຫວຽດນາມ - ຍີ່ປຸ່ນ, ໄດ້ນຳໜ້າຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ ແຕ່ວັນທີ 01 – 05 ສິງຫາ. ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເມື່ອວັນທີ 02 ສິງຫາ, ທ່ານ ໂຕຮຸຍເຣື໋ອ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືການພົວພັນກັບຍີ່ປຸ່ນ ເປັນສຳຄັນ, ຜ່ານການຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນປະຈຳ ກໍ່ຄືການຈັດບຸກຄະລາກອນໃນບັນດາອົງການຮ່ວມມືຫວຽດນາມ - ຍີ່ປຸ່ນ. ສ່ວນທ່ານນາຍົກລັດຖະມົນຕີ Shinzo Abe ກໍ່ເນັ້ນໜັກວ່າ ເລື່ອງທ່ານເລືອກຫວຽດນາມ ເປັນປະເທດທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງ ໄດ້ສະແດງ້ໃຫ້ເຫັນວ່າ ໂຕກຽວ ຖືການພົວພັນກັບຮ່າໂນ້ຍ ເປັນສຳຄັນ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ ຈະປະກອບສ່ວນເຂົ້າໃນການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.
ທ່ານ ໂຕຮຸຍເຣື໋ອ ກໍ່ໄດ້ເຂົ້າຮ່ວມພິທີມອບຫຼຽນໄຊມິດຕະພາບໃຫ້ທ່ານອະດີດປະທານສະຫະພັນລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ Tsutomu Takebe, ຢ້ຽມຢາມສຳນັກງານກຸ່ມບໍລິສັດ Canon.