(vovworld) - ໂດຍຮັບຕຳເຊີນຂອງສະຖາບັນໄອຍະການສູງສຸດ ມົງໂກນ, ຄະນະຜູ້ແທນຂັ້ນສູງສະຖາບັນໄອຍະການປະຊາຊົນສູງສຸດຫວຽດນາມ ໂດຍທ່ານ ຫງວຽນຮ່ວາບິ່ງ, ຫົວໜ້າສະຖາບັນໄຍະການປະຊາຊົນສູງສຸດ ໄດ້ນຳໜ້າ ໄປຢ້ຽມຢາມ ມົງໂກນ ໃນລະຫວ່າງວັນທີ 10 – 13/07.
ໃນໄລຍະຢູ່ຢ້ຽມຢາມ, ທ່ານ ຫງວຽນຮ່ວາບິ່ງ ໄດ້ມີການເຈລະຈາກັບຫົວນ້າສະຖາບັນໄອຍະການສູນສຸດມົງໂກນ M.Enkh Amgalan, ເຂົ້າຮ່ວມພິທີໄຂງານບຸນຊົນເຜົົ່າ Naadam ເນື່ອງໃນໂອກາດສະເຫຼີມສະຫຼອງວັດຊາດຄັ້ງທີ 94 ຂອງມົງໂກນ (11/07/1921 – 11/07/2015), ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຂອງມົງໂກນ.
ທີ່ການເຈລະຈາ, ທ່ານ ຫງວຽນຮ່ວາບ່ິງ ໄດ້ສະແດງຄວາມປາດຖະໜາວ່າ, ການພົວພັນຮ່ວມມືລະຫວ່າງສະຖາບັນໄອຍະການ 2 ປະເທດ ນັບມື້ນັບເລິກເຊິ່ງ, ກ້ວາງຂວາງ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ມົງໂກນ ໃນໄລຍະຈະມາເຖິງ.
2 ຝ່າຍເຫັນດີນຳກັນຖືວ່າ, ຕໍ່ຈາກການຢ້ຽມຢາມຂອງທ່ານຫົວໜ້າສະຖາບັນໄອຍະການມົງໂກນ ເມື່ອເດືອນ 04/2014, ການຢ້ຽມຢາມຄັ້ງນີ້ຂອງທ່ານ ຫງວຽນຮ່ວາບິ່ງ ໄດ້ສ້າງກອບກົດໝາຍສຳຄັນ, ນຳການພົວພັນຮ່ວມມືລະຫວ່າງ 2 ສະຖາບັນໄອຍະການສູງສຸດຂອງ 2 ປະເທດໃຫ້ນັບມື້ນັບມີປະສິດທິຜົນ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ.