ຫາງສຽງລັດເຊຍກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດິລັດເຊຍ Vladimir Putin

ຫາງສຽງລັດເຊຍກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດິລັດເຊຍ Vladimir Putin - ảnh 1
ດຣ Grigori Lookshin, ​ເຮັດ​ວຽກ​ຢູ່​ສູນ​ຄົ້ນ​ຄ້ວາ ອາ​ຊຽນ ຂອງສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ - ສະ​ຖາ​ບັນ​ມະຫາບັນດິດວິທະຍາສາ​ດລັດ​ເຊຍ

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊື້ອເຊີນ​ຂອງທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ​ສະຫະພັນ ລັດ​ເຊຍ Vladimir Putin ​ຈະມາ​ຢ້ຽມຢາມ​ຫວຽດນາມ​ໃນ​ວັນ​ທີ 12/11 ຈະ​ມາ​ເຖິງ. ຫາງ​ສຽງ ລັດ​ເຊຍ ​ໄດ້​ສົນໃຈ​​ເຖິງ​ການ​ຢ້ຽມຢາມ​ສຳຄັນ​ນີ້. ທ່ານ Alexander Vorosos, ສະ​ຖາ​ບັນຝ່າຍ​ຕາ​ເວັນ​ອອກ​ - ສະ​ຖາ​ບັນມະຫາບັນ​ດິດ​ວິທະຍາສາ​ດລັດ​ເຊຍ ​ໃຫ້​ຮູ້​​ໃນ​ການ​ປຶກສາ​ຫາ​ລີ​ໂຕະມົນ​ໂດຍ​ສຳນັກ​ຂ່າວສານ​ລັດ​ເຊຍ Ria Novosti ຈັດ​ຕັ້ງກ່ອນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Putin ວ່າ:

    “ຕາມ​ຂ້າພະ​ເຈົ້າ​ແລ້ວ, ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ ຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ Putin ​ແມ່ນ​ເຂັ້ມ​ງວດ​ທີ່​ສຸດ. ການ​ຢ້ຽມຢາມ​ນີ້​ໄດ້​ຮັບ​ການ​ລໍ​ຄອຍ​ທີ່​ສຸດ. ຄາດ​ວ່າ​, 2 ຝ່າຍ​ຈະ​ເຊັນ​ສັນຍາ​ເສດຖະກິດ​ດ້ວຍ​ຂອບຂະໜາດ​ໃຫຍ່ 16 ສະບັບ, ​ໃນ​ນັ້ນ​ມີ​ສັນຍາ​ກ່ຽວຂ້ອງ​ເຖິງ​ໂຮງງານ​ກັ່ນ​ນ້ຳມັນ​ຂອງ ຫວຽດນາມ. ອາດ​ເວົ້າ​ໄດ້​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ​ຍຸດ​ທະ​ສາດ.  ນອກ​ຈາກ​ນັ້ນ, ຍັງ​ມີ​ການ​ພົວພັນ​ຢ່າງ​ເຂັ້ມ​ງວດ​ໃນ​ຂົງ​ເຂດ​ການ​ທະຫານ.”

    ສ່ວນ ​ດຣ Grigori Lookshin, ​ເຮັດ​ວຽກ​ຢູ່​ສູນ​ຄົ້ນ​ຄ້ວາ ອາ​ຊຽນ ຂອງສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ - ສະ​ຖາ​ບັນ​ມະຫາບັນດິດວິທະຍາສາ​ດລັດ​ເຊຍ, ຕີ​ລາຄາ​​ແງ່​ຫວັງ​ການ​ພົວພັນ ຫວຽດນາມ - ລັດ​ເຊຍ ​ແມ່ນ​ດີ​ພໍ​ສົມຄວນ, ພິ​ເສດ​ກັບ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ປະທານ​າທິບໍດີ ລັດ​​ເຊຍ:

    “ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຫວຽດນາມ ຢູ່​ໃນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແມ່ນລະດັບ​ສູງ​ສຸດ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ - ຫວຽດນາມ ​ໄດ້​ຮັບ​ການ​ພັດທະນາ​ບົນ​ພື້ນຖານ​ການ​ພົວພັນ​ອັນ​ຍາວ​ນານ. ​ແມ່ນ​ຜູ້​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ພວມ​ມານະ​ພະຍາຍາມ​ຊອກ​ຮູ້ ​ແລະ ຜ່ານ​ບັນດາ​​ໂຄງການ, ບັນດາບົດ​ໜັງສືພິມ​ເພື່ອ​ໃຫ້​ທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຫວຽດນາມ ກ່ວາ, ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ຖື​ວ່າ: ການ​ຢ້ຽມຢາມ​ນີ້​ຈະ​ປະກອບສ່ວນ​ເປີດ​ແງ່​ຫວັງ​ອັນ​ໃຫຍ່​ຫຼວງ​ກ່ວາ​ອີກ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ”

ຂ່າວ/ບົດ​ອື່ນ