ຫາຍເຢືອງສົ່ງອອກໝາກລີ້ນຈີ 9.500 ໂຕນ

(VOVWORLD) -ປະລິມານໝາກລີ້ນຈີສົ່ງອອກແມ່ນປະມານ 9.500 ໂຕນ ເຊິ່ງໄດ້ສົ່ງອອກໄປຍັງຕະຫຼາດ: ຈີນ, ສ. ເກົາຫຼີ, ອົດສະຕາລີ, ອັງກິດ ແລະ ຝລັ່ງ
ຫາຍເຢືອງສົ່ງອອກໝາກລີ້ນຈີ 9.500 ໂຕນ - ảnh 1 (ພາບປະກອບ: TTXVN)

ຕາມພະແນກອຸດສາຫະກຳ ແລະ ການຄ້າແຂວງຫາຍເຢືອງຂອງປະເທດຫວຽດນາມ ແລ້ວ, ນັບແຕ່ຕົ້ນລະດູການເກັບກ່ຽວໝາກລີ້ນຈີມາຮອດປັດຈຸບັນ, ແຂວງຫາຍເຢືອງ  ຈຳໜ່າຍໝາກລີ້ນຈີ່ຊະນິດຕ່າງໆ ໄດ້ປະມານ 28.000 ໂຕນ; ໃນນັ້ນ, ປະລິມານໝາກລີ້ນຈີສົ່ງອອກແມ່ນປະມານ 9.500 ໂຕນ ເຊິ່ງໄດ້ສົ່ງອອກໄປຍັງຕະຫຼາດ: ຈີນ, ສ. ເກົາຫຼີ, ອົດສະຕາລີ, ອັງກິດ ແລະ ຝລັ່ງ.

        ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງຫາຍເຢືອງແລ້ວ, ປີ 2018, ເນື້ອທີ່ປູກລີ້ນຈີ່ຂອງຫາຍເຢືອງມີປະມານ 10.500 ເຮັກຕາ, ຄາດວ່າ ປະລິມານລີ້ນຈີຈະບັນລຸ ແຕ່ 55.000 – 60.000 ໂຕນ.

        ປັດຈຸບັນນີ້, ແຂວງຫາຍເຢືອງ ໄດ້ມີດິນປູກລີ້ນຈີຫຼາຍກວ່າ 130 ເຮັກຕາ ເຊິ່ງກົມປ້ອງກັນພືດຂອງອາເມລິກາໄດ້ອອກລະຫັດໃຫ້ເປັນເຂດປູກຝັງບັນລຸມາດຖານສົ່ງອອກໄປຍັງ ຕະຫຼາດອາເມລິກາ, ອີຢູ ແລະ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ