ອັດກອງປະຊຸມຂັ້ນສູງ APEC ຄັ້ງທີ 21
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ນມິນ
(ພາບປະກອບ)
(vovworld) – ວາລະອັດກອງປະຊຸມຂັ້ນສູງ APEC ຄັ້ງທີ 21 ໄດ້ດຳເນີນໃນຕອນບ່າຍວັນທີ 8/10, ຢູ່ອິນໂດເນເຊຍ, ດ້ວຍເລື່ອງການນຳ 21 ພື້ນຖານເສດຖະກິດສະມາຊິກ ໄດ້ຮັບຮອງເອົາ 2 ຖະແຫຼງການ “ອາຊີ - ປາຊີຝິກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນກຳລັງໜູນໃຫ້ແກ່ການເຕີບໂຕໃນທົ່ວໂລກ“ ແລະ “ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ແລະ ກອງປະຊຸມລັດຖະມົນຕີຄັ້ງທີ 9 ຂອງອົງການການຄ້າໂລກ“. ຖະແຫຼງການຂອງກອງປະຊຸມກໍ່ເນັ້ນໜັກວ່າ, ບັນດາສະມາຊິກຂອງ APEC ໄດ້ສະໜັບສະໜູນຫວຽດນາມເປັນເຈົ້າພາບຈັດກອງປະຊຸມຂັ້ນສູງ APEC ຄັ້ງທີ 25 ໃນປີ 2017. ເລື່ອງ APEC ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ແລະ ກອງປະຊຸມລັດຖະມົນຕີຄັ້ງທີ 9 ຂອງອົງການການຄ້າໂລກ ແມ່ນສານຢ່າງແຮງກ່ຽວກັບຄວາມຕັດສິນໃຈຮ່ວມຂອງ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ແລະ ກອງປະຊຸມລັດຖະມົນຕີຄັ້ງທີ 9 ຂອງອົງການການຄ້າໂລກ, ເພື່ອປະກອບສ່ວນຟື້ນຟູເສດຖະກິດທົ່ວໂລກ. ພ້ອມກັນນັ້ນ, ຖະແຫຼງການອາຊີ - ປາຊີຝິກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນກຳລັງໜູນໃຫ້ແກ່ການເຕີບໂຕໃນທົ່ວໂລກ ກໍ່ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຂອງບັນດາການນຳໃນການຮັບຮອງເອົາທິດທາງໃໝ່ ເພື່ອມຸ່ງໄປເຖິງອາຊີ - ປາຊີຝິກສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜິດຕິດພັນ, ພັດທະນາຢ່າງສະໝຳ່ສະເໝີ, ຍຸຕິທຳ ແລະ ໝັ້ນຄົງ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ນມິນ ຢືນຢັນວ່າ:
“ເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ການພັດທະນາຢ່າງໝັ້ນຄົງ ຕິດພັນກັບຄວາມຍຸຕິທຳ ກາຍເປັນເນື້ອໃນບຸລິມາສິດຂອງກອງປະຊຸມປີນີ້. ເປັນເທື່ອທຳອິດທີ່ການນຳ ອາຊີ - ປາຊີຝິກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນກຳລັງໜູນໃຫ້ແກ່ການເຕີບໂຕໃນທົ່ວໂລກ ຮັບຮອງເອົາແຜນຮ່ວມມືຄຳ້ປະກັນດ້ານທັນຍາຫານຂອງ APEC ເຖິງປີ 2020, ຂໍ້ລິເລີ່ມ APEC ກ່ຽວກັບການຮ່ວມມືບັນດາບັນຫາທີ່ກ່ຽວຂ້ອງເຖິງມະຫາສະໝຸດ, ແລະ ຍູ້ແຮງການຮ່ວມມືຮັບມືກັບການທ້າທາຍດ້ານທັນຍາຫານ - ນຳ້ - ພະລັງງານ. ເນື້ອໃນຂອງການຮ່ວມມືນີ້ມີຄວາມໝາຍແທດຈິງ ສຳລັບຄວາມມານະພະຍາຍາມຂອງບັນດາພື້ນຖານເສດຖະກິດສະມາຊິກໃນການຫັນປ່ຽນຮູບແບບເຕີບໂຕ ແລະ ຮັບມືກັບການທ້າທາຍໃນທົ່ວໂລກ“