ທ່ານນາງຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ກ່າວຄຳເຫັນ
ອັດກອງປະຊຸມ
ພາບ:TTXVN
|
(vovworld)- ກ່າວຄຳເຫັນທີ່ວາລະອັດກອງປະຊຸມໃນຕອນເຊົ້າວັນທີ 22/9, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຊີ້ແຈ້ງວ່າ: ກອງປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດ ໄດ້ສຳເລັດບັນດາເນື້ອໃນທີ່ໄດ້ວາງອອກ, ໃນນັ້ນ ປະກອບຄຳເຫັນກະກຽມກອງປະຊຸມຄັ້ງທີ 2 ຈະໄຂຂຶ້ນໃນວັນທີ 22/10 ຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ສະເຫນີລັດຖະບານ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ບັນດາອົງການຮຽບຮຽງບັນດາຮ່າງກົດໝາຍຍື່ນສະເຫນີ, ບັນດາອົງການກວດກາພ້ອມກັບການສົມທົບກັບບັນດາອົງການກ່ຽວຂ້ອງເພື່ອກະກຽມ, ຮັບເອົາບັນດາຄຳເຫັນເພື່ອສ້າງສຳເລັດບັນດາຮ່າງກົດໝາຍ, ບົດລາຍງານ, ຮ່າງມະຕິເພື່ອຍື່ນສະເຫນີກອງປະຊຸມສະພາແຫ່ງຊາດຄັ້ງຈະມາເຖິງ. ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 10 ສະບັບ ແລະ ຮ່າງມະຕິ 1 ສະບັບ ຈະຍື່ນສະເຫນີສະພາແຫ່ງຊາດທີ່ກອງປະຊຸມຄັ້ງທີ 2.