ອັດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ6
Thanh Ha, ນັກຂ່າວ VOV ປະຈຳດ່ານັ້ງ -  
(ປະລິຍາເອກ ຮ່ວາງຫວຽດ, ນັກຊ່ຽວສານຄົ້ນຄວ້າກ່ຽວກັບທະເລຕາເວັນອອກ)
(vovworld) – ຕອນບ່າຍວັນທີ 18/11, ໄດ້ອັດກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 6. ກ່ອນໜ້ານັ້ນໃນຕອນເຊົ້າວັນທີ 18/11, ຢູ່ດ່ານັ້ງ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາຫົວຂໍ້ຄື: “ການພົວພັນກັບສາກົນ ແລະ ຄວາມເປັນລະບຽບນຽບຮ້ອຍຢູ່ທະເລຕາເວັນອອກ” ແລະ "ກົດໝາຍສາກົນ: ດິນຕໍ່ແຜ່ນ, ມະຫາສະໝຸດ ແລະ ເຂດນ່ານຟ້າ", ບັນດານັກຮຽນຮູ້ໄດ້ໃຫ້ຂໍ້ສັງເກດວ່າ ມີ 4 ປັດໃຈຕົ້ນຕໍ່ກໍ່ຜົນສະທ້ອນເຖິງສະພາບການທະເລຕາເວັນອອກໃນໄລຍະມໍ່ໆມານີ້. ນັ້ນແມ່ນ ການປ່ຽນແປງໃນການຄິດໄລຂອງບາງປະເທດກ່ຽວກັບຜົນປະໂຫຍດຍຸດທະສາດຂອງຝ່າຍຕ່າງໆ; ການເພີ່ມທະວີລັດທິຊົນຊາດຢູ່ບາງຝ່າຍມີການຂັດແຍ້ງ; ການແກ່ງແຍ່ງກໍ່ຜົນສະທ້ອນ ແລະ ເຕົ້າໂຮມກຳລັງລະຫວ່າງບັນດາປະເທດມະຫາອຳນາດ ແລະ ຄວາມບໍ່ລົງລອຍກັນໃນການອະທິບາຍ ແລະ ນຳໃຊ້ກົດໝາຍສາກົນຢູ່ທະເລຕາເວັນອອກ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ນັກຮຽນຮູ້ຫຼາຍທ່ານຖືວ່າ, ການເພີ່ມຈຳນວນ ແລະ ການເຄື່ອນໄຫວຂອງບັນດາກຳລັງເຄິ່ງການທະຫານ, ກຳລັງບໍ່ສັງກັດລັດຖະບານຢູ່ທະເລຕາເວັນອອກ ແມ່ນໜຶ່ງໃນບັນດາສາຍເຫດທີ່ພາໄປເຖິງບັນດາຄວາມເຄັ່ງຕຶງຢູ່ພາກພື້ນນີ້. ສິ່ງທີ່ໜ້າສົນໃຈແມ່ນເລື່ອງຈີນ ເປີດກວ້າງ, ທີ່ມີຂອບຂະໜາດໃຫຍ່ຢູ່ບັນດາດອນຫີນຢູ່ເຈື່ອງຊາ ພວມເຮັດໃຫ້ ປ່ຽນແປງສະພາບເດີມ ຢູ່ທະເລຕາເວັນອອກ. ປະລິຍາເອກ ຮ່ວາງຫວຽດ, ອາຈານສອນຢູ່ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ, ນັກຊ່ຽວສານຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ໃຫ້ຂໍ້ສັງເກດວ່າ.
“ບັນດາເກາະ, ດອນ, ໂຄງສ້າງດ້ານພູມສາດຢູ່ຮ່ວາງຊາ ແລະ ເຈື່ອງຊາ ແມ່ນພຽງແຕ່ຫາດດອນຫີນ ຫຼື ດອນນ້ຳຖ້ວມ, ແຕ່ທັດນະນະຂອງຈີນ ຖືວ່າ ເກະໄດ້ມີຄົນຢູ່ອາໄສ ແລະ ມັນຈະມີເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບ. ຖ້າຫາກຈີນ ບູລະນະຫາດດອນຫີນນີ້ໄດ້, ເຂົາເຈົ້າຈະມີກຳປັ່ນບັນທຸກເຮືອບິນ ແລະ ຈຸດໝາຍຄອບງຳທະເລຕາເວັນອອກ ແມ່ນໃຫຍ່ຫຼວງທີ່ສຸດ. ເມື່ອເຂົາເຈົ້າບູລະນະເກາະດອນນີ້ໄດ້, ເຂົາເຈົ້າຈະກ້າວໄປເຖິງການຖະແຫຼງປະເທດເຂດປ້ອງກັນອາກາດຢູ່ເຂດໝູ່ເກາະເຈືອງຊາ ແລະ ຮ່ວາງຊາ.”
Thanh Ha, ນັກຂ່າວ VOV ປະຈຳດ່ານັ້ງ