ອັດການໂອ້ລົມສົນທະນາ ອາຊຽນ-ອິນເດຍ ຄັ້ງທີ 7
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອິນເດຍ,
ຮັບຜິດຊອບກ່ຽວກັບທິດຕາເວັນອອກ Anil Wadhwa
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 12/3, ການໂອ້ລົມສົນທະນາ ອາຊຽນ-ອິນເດຍ ຄັ້ງທີ 7 ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 2 ວັນ. ກ່າວຄຳເຫັນອັດວາລະປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອິນເດຍ, ຮັບຜິດຊອບກ່ຽວກັບທິດຕາເວັນອອກ Anil Wadhwa ຊີ້ແຈ້ງວ່າ: ອິນເດຍ ແລະ ອາຊຽນ ພ້ອມກັນແບ່ງປັນວິໄສທັດ ກ່ຽວກັບ ອາຊີ ແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ຟື້ນນຕົວ, ປະກອບສ່ວນເພີ່ມທະວີສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ. ທ່ານ ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງຫັນວິໄສທັດນີ້ເປັນຄວາມຈິງ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິເດຍ ຂຶ້ນສູ່ລະດັບສູງໃໝ່.
ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ຢູ່ນອກການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂຕນຊີງແທ່ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ໃຫ້ຮູ້ວ່າ: ການໂອ້ລົມສົນທະນາຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບບັນດາກາລະໂອກາດເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ-ອິເດຍ ເມື່ອປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບການສ້າງຕັ້ງໃນທ້າຍປີ 2015, ຫຼືຈາກໂຄງການປະຕິຮູບຂອງ ອິນເດຍ ໂດຍທ່ານນາຍົກລັດຖະມົນຕີ Nerendra Modi ປຸກລະດົມ.