ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່
|
(vovworld) - ການກະທຳດັ່ງກ່າວຄາດວ່າຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ສົ່ງຜົນສະທ້ອນເຖິງວິວັດທະນາການເຈລະຈາລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ໂດຍ ອາເມລິກາ ເປັນຜູ້ໄກ່ເກ່ຍ.
ຕາມແຈ້ງການຂອງສະພານະຄອນ Jelusalem, ຫນັງສືອະນຸຍາດໃຫ້ກໍ່ສ້າງໄດ້ຮັບການຮັບຮອງເອົາທີ່ວາລະປະຊຸມຂອງຄະນະກຳມະການວາງແຜນຜັງທ້ອງຖິ່ນເມື່ອວັນທີ 5/2. ຄາດວ່າ ເລື່ອງລົງມືກໍ່ສ້າງຈະໄດ້ຮັບການປະຕິບັດໃນສອງສາມອາທິດຈະມາເຖິງ.
ກ່ອນຫນ້ານັ້ນ, ໃນເດືອນ 1/2014, ອິດສະຣາແອນ ໄດ້ປະກາດແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຕື່ມອີກ 1.400 ຫລັງ ຢູ່ ເຂດຝັງຕາເວັນຕົກ ແລະ Jelusalem ຕາເວັນອອກ. ທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas ໄດ້ກ່າວຫາ ອິດສະຣາແອນ ພວມສວຍໃຊ້ບັນດາການເຈລະຈາເພື່ອເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ໂດຍບໍ່ຫົວຊາຕໍ່ການຕຳນິຕິຕຽນຂອງສາກົນ ແລະ ອາເມລິກາ. ການເຈລະຈາສັນຕິພາບ ລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ຖືກເຊື່ອມຕໍ່ໃນທ້າຍ ເດືອນ 7/2013 ຜ່ານມາ ດ້ວຍຈຸດໝາຍບັນລຸໄດ້ຂໍ້ຕົກລົງໃນຮອບເວລາ 9 ເດືອນ, ເຖິງຢ່າງໃດກໍຕາມ, ວິວັດການເຈລະຈາດັ່ງກ່າວ ບໍ່ທັນບັນລຸຄວາມຄືບຫນ້າ. ຫນຶ່ງໃນບັນດາສາຍເຫດທີ່ພາໄປເຖິງສະພາບບໍ່ມີທາງອອກ ນັ້ນແມ່ນ ອິດສະຣາແອນ ບໍ່ຢຸດຕິການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດດິນແດນຢືດຄອງຂອງປາແລດສະຕີນ.