ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຕື່ມອີກ200ຫລັງຢູ່Jerusalemຕາເວັນອອກ
ພາບປະກອບ:baomoi.com
|
(vovworld)-ວັນທີ 12/11, ຄະນະກຳມະການແຜນການ ແລະ ກໍ່ສ້າງທ້ອງຖິ່ນ ຂຶ້ນກັບສຳນັກປົກຄອງ Jerusalem ໄດ້ຮັບຮອງເອົາແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຕື່ມອີກ 200 ຫລັງ ຢູ່ Jerusalem ຕາເວັນອອກ ຊື່ງແມ່ນເຂດມີຊາວ ອາຣັບ ດຳລົງຊີວິດເປັນສ່ວນຫລາຍ ຊື່ງ ອິດສະຣາແອນ ຢືດຄອງຂອງປາແລດສະຕິນ. ນີ້ເປັນຄັ້ງທີ 3 ໃນເດືອນ 11, ຄະນະກຳມະການດັ່ງກ່າວ ໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຢູ່ Jerusalem. ຂໍ້ຕົກລົງດັ່ງກ່າວໄດ້ຮັບການຮັບຮອງເອົາໃນສະພາວະຄວາມເຄັ່ງຕຶງ ແລະ ການປະທະກັນເພີ່ມຂຶ້ນຢູ່ Jerusalem ໃນຊຸມມື້ມໍ່ໆມານີ້. ໃນວັນດຽວກັນ, ອາເມລິກາ ກ່າວເຕືອນ ບັນດາການກະທຳດັ່ງກ່າວພຽງແຕ່ເຮັດໃຫ້ສະພາບຄວາມເຄັ່ງຕຶງຍິ່ງປີນຂັ້ນໄດຢູ່ນະຄອນນີ້. ໂຄສົກຂອງປະທານາທິບໍດີ ປາແລດສະຕີນ ເນັ້ນຫນັກວ່າ: ບັນດາການກະທຳລະເມີດຂອງ ອິດສະຣາແອນ ແມ່ນເກີນຂອບເຂດ ບໍ່ອາດຮັບຮູ້ໄດ້.