ອິດສະຣາແອນແລະຮາມາດຍອມຮັບຄຳສັ່ງຢຸດຍິງ72ຊົ່ວໂມງ
ພາບປະກອບ
(vovworld) - ແຈ້ງການຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Ban Ki moon ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຍົກອອກມາໃນວັນທີ 31/7, ໂດຍໃຫ້ຮູ້ວ່າ: ອິດສະຣາແອນ ແລະ ຂະບວນການ ຮາມາດ ຂອງ ປາແລດສະຕີນ ໄດ້ຍອມຮັບຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 72 ຊົ່ວໂມງຢູ່ເຂດ ກາຊາ, ເລີ່ມແຕ່ເວລາ 8 ໂມງເຊົ້າວັນທີ 1/8 (ເວລາທ້ອງຖີ່ນ). ແຈ້ງການກໍ່ກະຕຸກຊຸກຍູ້ທຸກໆຝ່າຍມີການກະທຳລະງັບໃຈຮອດຍາມໃດຄຳສັ່ງຢຸດຍິງມະນຸດສະທຳນີ້ມີຜົນສັກສິດ ແລະ ປະຕິບັດບັນດາຄຳໝັ້ນສັນຍາຢ່າງເຂັ້ມງວດ. ໃນແຈ້ງການກໍ່ຊີ້ແຈ້ງວ່າ: “ບັນດາກຳລັງເຄື່ອນໄຫວຢູ່ໜ້າດິນຈະບໍ່ຖອນອອກຈາກເຂດ ກາຊາ. ໃນໄລຍະດຳເນີນຄຳສັ່ງຢຸດຍິງ, ສາມັນຊົນ ປາແລດສະຕິນ ຢູ່ເຂດ ກາຊາ ຈະໄດ້ຮັບບັນດາວັດຖຸສິ່ງຂອງທີ່ຈຳເປັນ ກໍ່ຄືໄດ້ຮັບການໜູນຊ່ວຍທາງດ້ານການແພດ, ພະຍາບານສຸກເສີນ”.