ສູນກອງປະຊຸມເວທີປາໄສ ປົວຢາວ
(ພາບ: Hà Thắng - VOV)
|
(vovworld) – ພາຍຫຼັງເຮັດວຽກມາເປັນເວລາ 4 ວັນ, ຕອນບ່າຍວັນທີ 26/3, ຢູ່ ປົວຢາວ, ໄຮໜານ, ປະເທດ ຈີນ, ຄະນະຈັດຕັ້ງເວທີປາໄສ ອາຊີ ປົວຢາວ 2017 ໄດ້ຈັດຕັ້ງການປະຊຸມຂ່າວອັດເວທີປາໄສອາຊີ ປົວຢາວ 2017. ທີ່ການປະຊຸມຂ່າວ, ທ່ານ ເຈົາກວນຈູງ, ເລຂາທິການໃຫຍ່ເວທີປາໄສ ປົວຢາວ ໄດ້ແນະນຳຖະແຫຼງການຂອງເວທີປາໄສ ປົວຢາວ 2017 ກ່ຽວກັບການຊຸກຍູ້ໂລກາພິວັດເສດຖະກິດ. ຕາມນັ້ນແລ້ວ, ລັດຖະບານບັນດາປະເທດ ໄດ້ຖືໂລກາພິວັດເສດຖະກິດ ແມ່ນກຳລັງຕັ້ງໜ້າ. ການຄ້າຂ້າມຊາຍແດນ ແລະ ຫັນການລົງທຶນເປັນເສລີແມ່ນກຳລັງໜູນພັດທະນາແບບຍືນຍົງຂອງໂລກ. ລັດຖະບານບັນດາປະເທດກໍ່ຮ່ວມແຮງຮ່ວມໃຈຄັດຄ້ານລັດທິອາລັກຂາການຄ້າ, ສືບຕໍ່ຊຸກຍູ້ວິວັດການຫັນການລົງທຶນ, ການຄ້າເປັນເສລີ, ພ້ອມທັງປະຕິຮູບ ແລະ ປັບປຸງກົນໄກລົງທຶນການຄ້າຫຼາຍຝ່າຍ.