(VOVWORLD) -ປະຈຸບັນ, ອິນເດຍ ແລະ ຈີນ ພວມຮັກສາການຕິດຕໍ່ພົວພັນກ່ຽວກັບການຖອນທະຫານທັງໝົດອອກຈາກເຂດເກີດການປະທະກັນຢູ່ເຂດຊາຍແດນ Ladakh.
(ພາບປະກອບ: AFP/TTXVN)
|
ວັນທີ 12 ມັງກອນ, ຜູ້ບັນຊາການທະຫານບົກອິນເດຍ, ນາຍພົນ Manoj Mukund Naravane ສະແດງຄວາມຫວັງວ່າ ບັນດາການເຈລະຈາກັບຈີນ ຈະພາໄປເຖິງມາດຕະການໄກ່ເກ່ຍໃຫ້ແກ່ວິກິດການຊາຍແດນລະຫວ່າງ 2 ປະເທດຢູ່ສາຍພູ Himalaya. ກ່າວຄຳເຫັນທີ່ກອງປະຊຸມນັດສາມັນກ່ຽວກັບສະພາບການຢູ່ເຂດຊາຍແດນ Ladakh, ນາຍພົນ Manoj Mukund Naravane ສະແດງຄວາມຫວັງວ່າ ຈະຈັດການເຈລະຈາຮອບໃໝ່, ໃນສະພາບບັນດາການເຈລະຈາລະຫວ່າງ 2 ຝ່າຍບໍ່ບັນລຸບາດກ້າວຄືບໜ້າໃນການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນເກີດການຂັດແຍ້ງກັນ.
ປະຈຸບັນ, ອິນເດຍ ແລະ ຈີນ ພວມຮັກສາການຕິດຕໍ່ພົວພັນກ່ຽວກັບການຖອນທະຫານທັງໝົດອອກຈາກເຂດເກີດການປະທະກັນຢູ່ເຂດຊາຍແດນ Ladakh.