ອິນໂດເນເຊຍ ກູ້ໄພກູ້ຊີບຊາວເຂົ້າເມືອງຢູ່ນອກທະເລແຂວງ Aceh ເກືອບ 500 ຄົນ
(ພາບປະກອບ: smh.com.au)
(vovworld) – ວັນທີ 10/05, ອົງການກູ້ໄພກູຊີບອິນໂດເນເຊຍ ໄດ້ກອບກູ້ຊີວິດຂອງຜູ້ເຂົ້າເມືອງຢ່າງຜິດກົດໝາຍ 469 ຄົນ ພາຍຫຼັງເຮືອຂອງເຂົ້າເຈົ້າຖືກຕິດຄ້າງຢູ່ນອກທະເລແຂວງ Aceh, ເຂດຕາເວັນຕົກພາກເໜືອອິນໂດເນເຊຍ. ທ່ານຫົວໜ້າກຸ່ມກູ້ໄພກູ້ຊີບແຂວງ Aceh, Budiawan, ໃຫ້ຮູ້ວ່າ, ໃນຕອນເຊົ້າວັນດຽວກັນ, ເຂົ້າເຈົ້າໄດ້ຮັບຂ່າວຈາກຊາວປະມົງກ່ຽວກັບເລື່ອງ ເຮືອລຳດັ່ງກ່າວຖືກຕິດຄ້າງຢູ່ນອກທະເລ. ອົງການກູ້ໄພກູ້ຊີບແຂວງ Aceh ໄດ້ລະດົມກຳລັງນຳເອົາ 469 ຄົນເຂົ້າຝັ່ງຢ່າງປອດໄພ. ບັນດາຜູ້ເຂົ້າເມືອງຢ່າງຜິດກົດໝາຍມາຈາກມຽນມາ ແລະ ບັງກະລາເທດ.