(vovworld) - ວັນທີ 16/6, ປະຊາຊົນ ອີຢີບ ເລີ່ມຕົ້ນການປ່ອນບັດເລືອກຕັ້ງປະທານາທິບໍດີ ຮອບທີ 2. ການເລືອກຕັ້ງດຳເນີນໄປໃນ 2 ວັນ ຄືວັນທີ 16 ແລະ 17/6. ມີຜູ້ມີສິດເລືອກຕັ້ງ ອີຢີບປະມານ 50 ລ້ານຄົນຈະໄປປ່ອນບັດຢູ່ ສະຖານທີ່ ປ່ອນບັດ 13.000 ແຫ່ງ ໃນ 24 ແຂວງ. ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານ ໃນຮອບເລືອກຕັ້ງໂດຍກົງນີ້ ແມ່ນຜູ້ອອກສະໝັກຮັບເລືອກຕັ້ງຂອງອົງການອ້າຍນ້ອງມຸດສະລີມ, ທ່ານ Mohamed Mursi ແລະ ອະດີດນາຍົກລັດຖະມົນຕີໃນສະໄຫມປະທານາທິບໍດີ Mubarak , ທ່ານ Ahmed Shafiq. ຕາມແຜນການ, ຕຳແຫນ່ງປະທານາທິບໍດີໃຫມ່ຈະໄດ້ຮັບການປະກາດໃນວັນທີ 21/6 ແລະ ກອງທັບຈະດຳເນີນການມອບໂອນສິດອຳນາດໃນວັນທີ 30/6. ດ້ວຍເຫດການທີ່ມີລັກສະນະປະຫວັດສາດນີ້, ຊາວ ອີຢີບ ຕັ້ງຄວາມຫວັງຕໍ່ການເລືອກຕັ້ງເສລີ ດ້ວຍບັດເລືອກຕັ້ງເພື່ອຕັດສິນຊາຕາກຳ ແລະ ອະນາຄົດຂອງຊາດຕົນ.