ອີຢິບ ຈະນຳເຂົ້າເຂົ້າສານຈາກ ຫວຽດນາມ 1 ລ້ານໂຕນ

(VOVWORLD) - ອີຢິບ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບເລື່ອງນຳເຂົ້າເຂົ້າສານ 1 ລ້ານໂຕນໃນໄລຍະ 3 – 4 ເດືອນ.

ນີ້ແມ່ນແຈ້ງການຂອງຫົວໜ້າຂະແໜງເຂົ້າສານຂອງສະຫະພັນບັນດາຂະແໜງອາຊີບ ອີຢິບ (FEI) ທ່ານ Rajab Shehata ໄດ້ຍົກອອກມາໃນວັນທີ 30 ສິງຫາ. ສື່ເອເລັກໂຕນິກ Ahram ຂອງ ອີຢິບ ໄດ້ຄັດສະເໜີຄຳເຫັນຂອງທ່ານ Shehata ໂດຍໃຫ້ຮູ້ວ່າ: “ການຢ້ຽມຢາມ ອີຢິບ ຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ນຳມາເຊິ່ງໝາກຜົນກ່ຽວກັບຂໍ້ຕົກລົງຮ່ວມມືດ້ານການຄ້າ ດ້ວຍການສະໜອງເຂົ້າສານ 1 ລ້ານໂຕນ, ຂໍ້ຕົກລົງດັ່ງກ່າວ ຈະມີຜົນສັກສິດໃນອາທິດໜ້າ”. ຕາມທ່ານ Shehata ແລ້ວ, ປະລິມານເຂົ້າສານດັ່ງກ່າວ ຈະໄດ້ສົ່ງໄປ ອີຢິບ ເປັນຫລາຍຄັ້ງ ໃນໄລຍະ 3 – 4 ເດືອນ ແລະ ຈະປະກອບສ່ວນເພີ່ມທະວີໃຫ້ແກ່ການສະສົມເຂົ້າສານຍຸດທະສາດໃຫ້ປີ 2019 ຂອງ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ