ອີຢູລົງໂທດອຳນາດການປົກຄອງການທະຫານໄທ
ແຫ່ຂະບວນປະທ້ວງຄັດຄ້ານອຳນາດການປົກຄອງການທະຫານ ຢູ່ໄທ
(ພາບ: google.com)
(vovworld) – ວັນທີ 23/6, ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ໄດ້ກ່າວປະນາມເລື່ອງກອງທັບ ໄທ ຢືດຄອງອຳນາດໃນເດືອນໜຶ່ງ ແລະ ເຫັນດີເປັນເອກະສັນກ່ຽວກັບບັນດາມາດຕະການລົງໂທດສຳລັບອຳນາດການປົກຄອງການທະຫານຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. ແຈ້ງການຂອງລັດຖະມົນຕີການຕ່າງປະເທດ 28 ປະເທດ ອີຢູ ຊີ້ແຈ້ງວ່າ: ສຳພັນທະມິດນີ້ຈະຢຸດຕິທຸກໆການຢ້ຽມຢາມທາງການເຖິງ ໄທ ແລະ ຢຸດຕິເລື່ອງເຊັນຂໍ້ຕົກລົງຄູ່ຮ່ວມມື ແລະ ຮ່ວມມືກັບ ບາງກອກ. ບັນດາລັດຖະມົນຕີການຕ່າງປະເທດກໍ່ສະແດງ “ຄວາມວິຕົກວັງວົນຢ່າງເລິກເຊິ່ງ” ບັນດາການຜັນແປຂອງສະພາບຢູ່ ໄທ ແລະ ເນັ້ນໜັກວ່າ: ວົງການການທະຫານຕ້ອງຟື້ນຟູ “ວິວັດທະນາການປະຊາທິປະໄຕໃຫ້ຖືກຕ້ອງຕາມກົດໝາຍ ແລະ ລັດຖະທຳມະນູນຮັບຮອງເອົາບັນດາການເລືອກຕັ້ງທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ຮອບດ້ານໂດຍໄວ”. ອີຢູກໍ່ກະຕຸກຊຸກຍູ້ອຳນາດການປົກຄອງການທະຫານ ໄທ ເຄົາລົບສິດທິມະນຸດ, ສິດເສລີ, ພ້ອມທັງ ກ່າວເຕື່ອນຈະພິຈາລະນາທຸກໆການພົວພັນກັບ ໄທ ຄືນໃໝ່ໃນນັ້ນມີການ “ຄິດໄລ່ຊັ່ງຊາເລື່ອງຈັດວາງບັນດາມາດຕະການແຂງແຮງກ່ວາ” ໂດຍອີງໃສ່ການຜັນແປສະພາບການຢູ່ປະເທດນີ້ໃນໄລຍະຈະມາເຖິງ. ແຈ້ງການຢັ້ງຢືນວ່າ: “ພຽງແຕ່ມີວິວັດທະນາການກັບຄືນລະບອບນິຕິບັນຍັນ ແລະ ຈັດຕັ້ງບັນດາການເລືອກຕັ້ງໜ້າໄວ້ເນື້ອເຊື່ອໃຈ, ຮອບດ້ານຢ່າງຮີບດ່ວນ” ຈຶ່ງສາມາດຫັນການພົວພັນ ອີຢູ - ໄທ ເປັນປົກກະຕິໄດ້.