ພົນທະຫານອີຣັກ
ພາບ:TTXVN
|
(vovworld)- ວັນທີ 3/2, ບັນດາກຳລັງປ້ອງກັນຄວາມສະຫງົບ ອີຣັກ ພ້ອມກັບກຳລັງປ້ອງກັນພົນລະເຮືອນອິດສະລາມນິກາຍຊັນນີ ໄດ້ຍູ້ການບຸກໂຈມຕີຂອງກຸ່ມ “ລັດອິດສະລາມ” IS ຢູ່ບັນດາຖານທີ່ໝັ້ນການທະຫານໃຫ້ຖອຍໄປ. ການປະທະກັນໄດ້ເຮັດໃຫ້ພົນທະຫານ ອິດສະລາມນິກາຍຊັນນີ 7 ຄົນເສຍຊີວິດ ແລະ ກຳລັງປ້ອງກັນພົນລະເຮືອນ 21 ຄົນ ພ້ອມກັບພາລະກອນປ້ອງກັນຄວາມສະຫງົບຈຳນວນຫນຶ່ງຖືກບາດເຈັບ. ພາຍຫລັງບັນດາການໃຊ້ຄວາມຮຸນແຮງເກີດຂຶ້ນໃນໄລຍະຜ່ານມາ, ພົນທະຫານຊ່ວຍຫນູນໃຫ້ ອີຣັກ ໄດ້ມາຮອດນະຄອນ Samara ເປັນຈຳນວນຫລາຍ. ພ້ອມກັບກຳລັງປ້ອງກັນພົນລະເຮືອນ, ກຳລັງນີ້ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບໃນນະຄອນ ແລະ ປິດລ້ອມເສັ້ນທາງທັງໝົດໄປເຖິງເຂດນີ້.