ອີຣານຢືນຢັນຢາກ ປັບປຸງການພົວພັນສອງ ຝ່າຍກັບບັນດາປະເທດ ມະຫາອຳນາດຝ່າຍຕາເວັນຕົກ


ອີຣານຢືນຢັນຢາກ ປັບປຸງການພົວພັນສອງ ຝ່າຍກັບບັນດາປະເທດ ມະຫາອຳນາດຝ່າຍຕາເວັນຕົກ - ảnh 1
ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani

(ພາບ: THX/TTXVN))

(vovworld)- ອີຣານຢືນຢັນ​ຢາກ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ. ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ​ໄດ້​ຍົກ​​ຄຳ​ປະກາດດັ່ງກ່າວ​ໃນ​ບົດ​ຂຽນ​ລົງ​ພິມ​ໃນ​ໜັງສືພິມ Sueddeutsche Zeitung ຂອງ​ເຢຍລະ​ມັນ ສະບັບ​ອອກວັນທີ 23/12. ການ​ນຳ​ອີຣານ ຊີ້​ແຈ້ງວ່າ: ​ເຕ​ເຮຣານ ຢາກ​ສ້າງ ​ແລະ ປັບປຸງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ​ເໜືອ​ບົນ​ພື້ນຖານ​ເຄົາລົບ​ນັບຖື​ຜົນ​ປະ​ໂຫຍ​ດຂອງ​ກັນ. ຕາມ​ທ່ານ​ແລ້ວ, ອີຣານ ພວມ​ມານະ​ພະຍາຍາມ​ຫລີກເວັ້ນການສ້າງ​ຄວາມ​ເຄັ່ງ​ຕຶງໃໝ່​ຕື່ມ​ອີກ​ໃນ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ, ພ້ອມ​ທັງ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງຝ່າຍ. ທ່ານ​ເນັ້ນໜັກ​ວ່າ: ປະຈຸ​ບັນ, ຝ່າຍ​ຕ່າງໆ​ຕ້ອງ​ສຸ​ມໃສ່​ປະຈຸ​ບັນ ​ແລະ ມູ້​ງ​ໄປ​ສູ່​ອະນາຄົດ. ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍກໍ່​ຄວາມ​ໂຕະ​ຖຽງ​ກັນ​ຂອງ​ອີຣານ, ທ່ານ Hassan Rouhani ຢືນຢັນ​ວ່າ ​ອີຣານ ຈະ​ບໍ່​ປະລະ​ສິດ​ໄດ້​ຊົມ​ໃຊ້​ບັນດາ​ຜົນ​ປະ​ໂຫຍ​ດຈາກ​ພະລັງງານ​ນິວ​ເຄຼຍ, ພ້ອມ​ກັນນັ້ນ, ​ເຕ​ເຮຣານ ຈະ​ມານະ​ພະຍາຍາມ​ເພື່ອ​ລົບ​ລ້າງທຸກ​ການລະ​ແວງ​ສົງ​ໃສ​ກໍ່​ຄື​ຕອບ​ທຸກ​ຄຳ​ຖາມ​ທີ່​ເໝາະ​ສົມ​ກ່ຽວ​ກັບໂຄງການ​ນິວ​​ເຄຼຍຂອງ​ອີຣານ./.

ຂ່າວ/ບົດ​ອື່ນ