ອີຣານໄດ້ຈັດສິນໂທດປະຫານຊີວິດນັກວິທະຍາສາດນິວເຄຼຍຍ້ອນເປັນນັກສືບສອດແນມ

ອີຣານໄດ້ຈັດສິນໂທດປະຫານຊີວິດນັກວິທະຍາສາດນິວເຄຼຍຍ້ອນເປັນນັກສືບສອດແນມ - ảnh 1
ນັກ​ວິ​ທະ​ສາ​ສາດ​ນິວ​ເຄຼຍ Shahram Amiri
(ພາບ​ປະ​ກອບ: AFP/TTXVN)


(vovworld) - ໂຄ​ສົກ​ຂອງ​ອົງ​ການ​​ຕຸ​ລາ​ການອີ​ຣານ Gholam Hossein Mohsei Ejei ຢັ້ງ​ຢືນ​ວ່າ ອີ​ຣານ ໄດ້​ປະ​ຫານ​ຊີ​ວິດນັກ​ວິ​ທະ​ສາ​ສາດ​ນິວ​ເຄຼຍ Shahram Amiri ຍ້ອນ​​ເປັນ​ນັກ​ສືບ​ສອ​ດ​ແນມໃຫ້​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 07/08, ທ່ານ Ejei ໃຫ້​ຮູ້​ວ່າ, ຜ່ານ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ, ນັກ​ວິ​ທະ​ຍາ​ສາດ Amiri ໄດ້​ສົ່ງ​ຂໍ້​ມູນ​ສຳ​ຄັນ​ຂອງ​ອີ​ຣານ ໃຫ້​ອາ​ເມ​ລິ​ກາ. ສານ​ແຫ່ງ​ໜຶ່ງ​ໄດ້​ຕັດ​ສິນ​ປະ​ຫານ​ຊີິ​ວິດ Amiri ແລະ ​ສານ​ສູງ​ສຸດ​ອີ​ຣານ ກໍ​ເຫັນ​ດີ​ຕໍ່​ຄຳ​ຕັດ​ສິນນີ້. 

ຂ່າວ/ບົດ​ອື່ນ