(vovworld) - ອີຣານພ້ອມແລ້ວທີ່ເຂົ້າຮ່ວມບັນດາການເຈລະຈາທີ່ມີລັກສະນະສ້າງສັນ ກັບກຸ່ມ P5+1 ກ່ຽວກັບໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງປະເທດນີ້. ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Ramin Mehmanparast ໄດ້ກ່າວຄຳເຫັນຕໍ່ຊ່ອງໂທລະພາບ IRIB ເມື່ອວັນທີ 10/1 ໂດຍໃຫ້ຮູ້ວ່າ: ເພື່ອຊຸກຍູ້ການເຈລະຈາທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າ, ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດປະຈຳສະຫະປະຊາຊາດ ແລະ ເຢຍລະມັນ) ຕ້ອງ ເຄົາລົບຜົນປະໂຫຍດອັນເປັນທຳຂອງ ອີຣານ. ຕອບຄຳຖາມ ກ່ຽວກັບການເຈລະຈາຈະມາເຖິງ ລະຫວ່າງ ອີຣານ ແລະ ກຸ່ມ P5+1, ທ່ານ Mehmanparast ໃຫ້ຮູ້ວ່າ: ເວລາ ແລະ ສະຖານທີ່ຂອງການພົບປະຍັງບໍ່ທັນໄດ້ຮັບການຕົກລົງ ແລະ 2 ຝ່າຍພວມເປັນເອກະພາບກ່ຽວກັບບັນດາບັນຫານີ້. ອີຣານ ແລະ ກຸ່ມ P5+1 ມີການເຈລະຈາຕ່າງໆໃນຊຸມປີຜ່ານມາກ່ຽວກັບໂຄງການນິວເຄຼຍ ທີ່ໄດ້ກໍ່ຄວາມໂຕ້ຖຽງກັນຂອງປະເທດ ສ. ອິດສະລາມ ນີ້, ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ. ໃນໄລຍະມໍ່ໆມານີ້, 2 ຝ່າຍລ້ວນແຕ່ສະແດງຄວາມຕັ້ງໜ້າໃນການເຊື່ອມຕໍ່ການເຈລະຈານິວເຄຼຍ. ຝ່າຍ ອີຣານ ກໍໃຫ້ຮູ້ວ່າ: ເລື່ອງຍົກເລີກການລົງໂທດ ອີຣານ ຈະແມ່ນບາດກ້າວທຳອິດທີ່ຮັບປະກັນໃຫ້ຜົນສຳເລັດຂອງການເຈລະຈາຈະມາເຖິງ.