ອະດີດຊາວຫນຸ່ມຕະລຸມບອນເຊີດຊູແບບຢ່າງດີເດັ່ນປະຕິບັດຕາມຄຸນສົມບັດປະທານໂຮ່ຈິມີນ
ທ່ານກູ່ວັນຟຽນ, ສະມາຄົມອະດີດຊາວຫນຸ່ມຕະລຸມບອນ
ພາບ:baogiaothong.vn
|
(vovworld)- ຕອນເຊົ້າວັນທີ 14/10 ຢູ່ ຮ່າໂນ້ຍ, ສະມາຄົມອະດີດຊາວຫນຸ່ມຕະລຸມບອນ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ແລະ ສະຫລຸບ 10 ປີແຫ່ງຂະບວນການອະດີດຊາວຫນຸ່ມຕະລຸມບອນ ເຊີດຊູ ແບບຢ່າງດີເດັ່ນປະຕິບັດຕາມຄຸນສົມບັດປະທານໂຮ່ຈິມີນ. ຜ່ານການເຄື່ອນໄຫວມາເປັນເວລາ 10 ປີ, ສະມາຄົມອະດີດຊາວຫນຸ່ມຕະລຸມບອນ ຫວຽດນາມ ສຳເລັດຫນ້າທີ່, ປະກອບສ່ວນສຳຄັນເພື່ອໃຫ້ພັກ, ລັດ ແລະ ປະຊາຊົນ ປະຕິບັດນະໂຍບາຍຕອບບຸນແທນຄຸນສຳລັບຜູ້ມີຄຸນງາມຄວາມດີ, ປະກອບສ່ວນສຳຄັນໃນວຽກງານສຶກສາມູນເຊື້ອປະຕິວັດໃຫ້ລຸ້ນຫນຸ່ມ. ໃນໂອກາດນີ້, ສະມາຄົມອະດີດຊາວຫນຸ່ມຕະລຸມບອນ ຫວຽດນາມ ຍ້ອງຍໍສັນລະເສີນ ສະມາຊີກສະມາຄົມອະດີດຊາວຫນຸ່ມຕະລຸມບອນ 1350 ຄົນ ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ.