ອະດີດນັກສຶກສາ ຫວຽດນາມ ທີ່ ອົດສະຕາລີ ຍ່າງເພື່ອສ້າງມູນນິທິໃຫ້ແກ່ເດັກທຸກຍາກ
(VOVWORLD) -ສະມາຊິກ 28 ຄົນ ຈາກ 13 ຄອບຄົວເຊິ່ງແມ່ນອະດີດນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ນະຄອນ Sydney, ອົດສະຕາລີ, ໄດ້ສິ້ນສຸດການຍ່າງໄລຍະທາງ 21.5 km ເພື່ອສ້າງມູນນິທິໃຫ້ເດັກນ້ອຍທຸກຍາກຢູ່ ຫວຽດນາມ
ອະດີດນັກສຶກສາ ຫວຽດນາມ ທີ່ ອົດສະຕາລີ ຍ່າງເພື່ອສ້າງມູນນິທິໃຫ້ແກ່ເດັກທຸກຍາກ (ພາບ:TTXVN) |
ໃນວັນທີ 13 ກັນຍາ, ສະມາຊິກ 28 ຄົນ ຈາກ 13 ຄອບຄົວເຊິ່ງແມ່ນອະດີດນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ນະຄອນ Sydney, ອົດສະຕາລີ, ໄດ້ສິ້ນສຸດການຍ່າງໄລຍະທາງ 21.5 km ເພື່ອສ້າງມູນນິທິໃຫ້ເດັກນ້ອຍທຸກຍາກຢູ່ ຫວຽດນາມ, ດ້ວຍຈຳນວນເງິນທັງໝົດທີ່ເກັບມາໄດ້ ແມ່ນເກືອບ 18.000 AUD (ກ່ວາ 300 ລ້ານ VND). ຈຳນວນເງິນດັ່ງກ່າວຈະໄດ້ໂອນເຂົ້າບັນຊີຂອງອົງການເດັກນ້ອຍມັງກອນຂຽວ.
ການເຄື່ອນໄຫວທີ່ມີຄວາມໝາຍນີ້ ຖືກຈັດຂຶ້ນເພື່ອຕອບສະໜອງຄຳຮຽກຮ້ອງຍ່າງເພື່ອສ້າງມູນນິທິໃນປີ 2020 ຂອງ ອົງການເດັກນ້ອຍມັງກອນຂຽວ, ເຊິ່ງແມ່ນອົງການກຸສົນສະຫງວນໃຫ້ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ຫວຽດນາມ.