(ພາບປະກອບ)
(vovworld) - ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຫາກໍເຊັ່ນອະນຸມັດຜ່ານນະໂຍບາຍໜູນຊ່ວຍທີ່ດິນປຸກສ້າງເຮືອນຢູ່, ທີ່ດິນທຳການຜະລິດ, ນ້ຳສະອາດໃຫ້ແກ່ຄອບຄົວຊາວຊົນເຜົ່າສ່ວນໜ້ອຍທີ່ທຸກຍາກ ແລະ ຄອບຄົວທຸກຍາກຢູ່ບ້ານ, ຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໄລຍະ 2013 – 2015. ຄາດໝາຍສູ້ຊົນຮອດທ້າຍປີ 2015 ແກ້ໄຂໃຫ້ຄອບຄົວຂາດທີ່ດິນປຸກສ້າງເຮືອນຢູ່, ທີ່ດິນທຳການຜະລິດໄດ້ 70%; ແກ້ໄຂສະພາບຂາດນ້ຳສະອາດໃຫ້ແກ່ຄອບຄົວຊາວຊົນເຜົ່າສ່ວນໜ້ອຍ ແລະ ບັນດາຄອບຄົວທຸກຍາກຢູ່ຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໂດຍພື້ນຖານ. ຫຼັກການປະຕິບັດແມ່ນ; ໜູນຊ່ວຍຄອບຄົວຊົນເຜົ່າສ່ວນໜ້ອຍທຸກຍາກຢູ່ບ້ານ, ຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໂດຍກົງ; ຮັບປະກັນລັກສະນະກະຈາງແຈ້ງ, ຖືກກັບເປົ້າໝາຍ. ບັນດາຄອບຄົວໄດ້ຮັບການໜູນສ່ວນທີ່ດິນປຸກສ້າງເຮືອນຢູ່, ທີ່ດິນທຳການຜະລິດ, ນ້ຳປະປາ ຕ້ອງນຳໃຊ້ໃຫ້ຖືກຈຸດໝາຍ ເພື່ອພັດທະນາການຜະລິດ, ປັບປຸງຊີວິດການເປັນຢູ່ ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸກຜ່ອນຄວາມທຸກຍາກ, ບໍ່ໃຫ້ມອບໂອນ, ໃຫ້ເຊົ່າ, ໃນໄລຍະ 10 ປີ, ນັບແຕ່ເມື່ອລັດມອບທີ່ດິນ.