(vovworld) – ວັນທີ 22/02, ສູນປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ (AHA) ໄດ້ໄຂຊຸດບຳລຸງສ້າງຍົກສູງຄວາມສາມາດຮັບມື ແລະ ກູ້ຊ່ວຍໄພພິບັດທຳມະຊາດຄັ້ງທີ 2, ດ້ວຍການເຂົ້າຮ່ວມຂອງພະນັກງານຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ 16 ຄົນ ທີ່ມາຈາກອົງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ບັນດາປະເທດສະມາຊິກອາຊຽນ (NDMOs) ຄື: ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ໄທ ແລະ ຫວຽດນາມ. ຊຸດບຳລຸງສ້າງດັ່ງກ່າວແມ່ນໜຶ່ງໃນບັນດາມາດຕະການເຊິ່ງອາຊຽນ ພວມຜັນຂະຫຍາຍການປະຕິບັດ ເພື່ອຕອບສະໜອງຄວາມຕ້ອງການຍົກສູງກຳລັງຄວາມສາມາດຮັບມື ແລະ ກູ້ຊ່ວຍໄພພິບັດທຳມະຊາດ. ໃນບັນດາຊຸດຮຽນດັ່ງກ່າວ, AHA ນຳໃຊ້ລາຍການບຳລຸງສ້າງ ACE, ເຊິ່ງເຄີຍອອກແບບເພື່ອກະກຽມໃຫ້ບັນດາການນຳອາຊຽນໃນອະນາຄົດ ເພື່ອຍົກສູງຄວາມສາມາດຄຸ້ມຄອງໄພພິບັດທຳມະຊາດ.