ອາຊຽນ ຊົມເຊີຍ EU ຍົກເລິກຄຳສັ່ງລົງໂທດ ມ້ຽນມາ

ອາຊຽນ ຊົມເຊີຍ EU ຍົກເລິກຄຳສັ່ງລົງໂທດ ມ້ຽນມາ - ảnh 1
ສະຫະພາບ​ເອີ​ລົບຈະຍົກ​ເລິກບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ ມ້ຽນ​ມາ
ພາບປະກອບ:internet

(vovworld) -  ວັນ​ທີ 25/4, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ສຸຣິນ ພິດ​ສຸວັນ ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງ​ສະຫະພາບ​ເອີ​ລົບ (ຫລື ອີ​ຢູ) ຍົກ​ເລິກບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ ມ້ຽນ​ມາ. ​ໃນ​ແຈ້ງ​ການ​ຫນັງສື​ພິມ​ຂອງ​ຄະນະ​ເລຂາ​ອາ​ຊຽນ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ສຸຣິນ ພິດ​ສຸວັນ ຊີ້​ແຈງ​ວ່າ ປະ​ເທດ​ສະມາຊິກ​ອາ​ຊຽນທັງ​ໝົດ ລ້ວນ​ແຕ່​ຊົມ​ເຊີຍ​ຂໍ້​ຕົກລົງ​ນີ້ ​ແລະ ຖື​ວ່າ​ ນີ້​ແມ່ນ​ວຽກ​ງານ​ທີ່​ຖືກຕ້ອງ​​ໃນ​ຈຸດ​ເວລາ​ເໝາະ​ສົມ. ກ່ອນ​ຫນ້າ​ນັ້ນ ອົດ​ສະ​ຕາ​ລີ, ນອກ​ແວ ​ແລະ ອາ​ເມ​ລິ​ກາ ກໍ​ຖະ​ແຫລ​ງວ່າ ຈະ​​ໂຍະຍານ​ບາງ​ຄຳ​ສັ່ງ​ລົງ​ໂທດ​ສຳຄັນ​ທີ່ມີ​ຕໍ່ ມ້ຽນ​ມາ.


ຕອບກັບ

ຂ່າວ/ບົດ​ອື່ນ