(ພາບປະກອບ)
(vovworld) - ທີ່ວາລະປະຊຸມຂອງປະທານສານບັນດາປະເທດອາຊຽນ ເຊິ່ງຫາກໍ່ດຳເນີນໄປຢູ່ປະເທດສິງກະໂປ, ບັນດາປະທານສານ ເປັນເອກະພາບນຳກັນຈະເພີ່ມທະວີການພົວພັນອັນສະໜິດແໜ້ນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການຕຸລາການຂອງອາຊຽນ. ວາລະປະຊຸມທຳອິດຂອງບັນດາປະທານສານ ຖືກຈັດຕັ້ງຢູ່ນອກກອງປະຊຸມຄັ້ງທີ 35 ຂອງສະຫະປະຊາຄົມກົດໝາຍບັນດາປະເທດອາຊຽນ (ALA) ເຊິ່ງດຳເນີນໄປຢູ່ສິງກະໂປໃນລະຫວ່າງວັນທີ 23 – 25 ສິງຫາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 10 ປະເທດສະມາຊິກອາຊຽນ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມວາລະປະຊຸມຂອງປະທານສານ ມີທ່ານ ເຈີນວັນກໍ່, ປະທານສານ, ອຸທອນສານປະຊາຊົນສູງສຸດຢູ່ນະຄອນໂຮ່ຈິມິນ ແລະ ທ່ານ ເຈີນດ້າຍຮີ່ງ, ປະທານ ALA ຂອງຫວຽດນາມ.