ອາເມລິກາຄັດຄ້ານຈີນຈຳກັດການຫາປາຢູ່ທະເລຕາເວັນອອກ
ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານນາງ Jen Psaki
(ພາບປະກອບ)
(vovworld) - ວັນທີ 9/1, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກສຽງຄັດຄ້ານເລື່ອງ ຈີນ ຈັດວາງບັນດາມາດຕະການຈຳກັດການຫາປາຢູ່ທະເລຕາເວັນອອກແຕ່ວັນທີ 1/1/2014 ຢ່າງເປັນທາງການ, ຖືວ່າການກະທຳນີ້ມີລັກສະນະເກາະຜິດ ແລະ ແມ່ນການກະທຳອັນຕະລາຍ.
ກ່າວຄຳເຫັນໃນການປະຊຸມຂ່າວຢູ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານນາງ Jen Psaki ເນັ້ນໜັກວ່າ: ຈີນ ບໍ່ໄດ້ຍົກອອກຄຳອະທິບາຍໃດໆ ຫຼື ພື້ນຖານກົດໝາຍສາກົນໃດໆໃຫ້ບັນດາຄຳຮຽກສິດເປີດກ້ວາງນີ້.
ກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກບັນດາຄຳຄັດຄ້ານດັ່ງກ່າວເມື່ອທ້າຍເດືອນ 11 ປີກາຍພາຍຫຼັງທີ່ອົງການລັດຖະບັນຍັດແຂວງ ໄຮໜານ ໄດ້ຮັບຮອງເອົາບັນດາຂໍ້ກຳນົດທີ່ມີຜົນສັດສິດນັບແຕ່ວັນທີ 1/1/2014 ໂດຍຮຽກຮ້ອງໃຫ້ບັນດາກຳປັ່ນຫາປາຂອງຕ່າງປະເທດຕ້ອງຂໍອະນຸຍາດຈາກອຳນາດການປົກຄອງແຂວງ ໄຮໜານ ກ່ອນທີ່ດຳເນີນການຫາປາຢູ່ທະເລຕາເວັນອອກ, ບ່ອນທີ່ ຈີນ ກຳນົດພຽງຝ່າຍດຽວວ່າແມ່ນເຂດຄຸ້ມຄອງບໍລິຫານໃໝ່ຂອງແຂວງ ໄຮໜານ.