ອາເມລິກາ-ຈີນສືບຕໍ່ເຈລະຈາດ້ານການຄ້າໃນອາທິດໜ້າ

(VOVWORLD) -ຕາມທຳນຽບຂາວແລ້ວ, ການເຈລະຈາໃນອາທິດຈະມາເຖິງຢູ່ປັກກິງ ຈະສຸມໃສ່ເຂົ້າໃນບັນດາບັນຫາການຄ້າລວມມີ: ສິດຊັບສິນທາງປັນຍາ, ການຖ່າຍທອດເຕັກໂນໂລຊີແບບບັງຄັບໃຊ້, ຮົ້ວກີດຂວາງປອດພາສີ, ກະສິກຳ, ການບໍລິການ…
ອາເມລິກາ-ຈີນສືບຕໍ່ເຈລະຈາດ້ານການຄ້າໃນອາທິດໜ້າ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 23 ເມສາ, ທຳນຽບຂາວໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ແລະ ທ່ານລັດຖະມົນຕີກະຊວງການເງິນ Steven Mnuchin ຈະໄປຍັງນະຄອນຫຼວງປັກກິງ, ປະເທດຈີນ ເພື່ອເຂົ້າຮ່ວມການເຈລະຈາດ້ານການຄ້າ ເຊິ່ງຈະເລີ່ມຕົ້ນໃນວັນທີ 30 ເມສາ ຈະມາເຖິງ.

        ຕາມທຳນຽບຂາວແລ້ວ, ການເຈລະຈາໃນອາທິດຈະມາເຖິງຢູ່ປັກກິງ ຈະສຸມໃສ່ເຂົ້າໃນບັນດາບັນຫາການຄ້າລວມມີ: ສິດຊັບສິນທາງປັນຍາ, ການຖ່າຍທອດເຕັກໂນໂລຊີແບບບັງຄັບໃຊ້, ຮົ້ວກີດຂວາງປອດພາສີ, ກະສິກຳ, ການບໍລິການ… ຄາດວ່າ, ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ຈະນຳໜ້າຄະນະຜູ້ແທນຈີນ ໄປຍັງນະຄອນຫຼວງວໍຊິງຕັນ ເພື່ອດຳເນີນການເຈລະຈາຕື່ມອີກໃນວັນທີ 08 ພຶດສະພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ