ອາເມລິກາດຳເນີນການບຸກໂຈມຕີທາງອາກາດຄັ້ງໃໝ່ແນໃສ່ISຢູ່ອີຮັກ,ຊີຣີ
Kobane ພາຍຫຼັງການບຸກໂຈມຕີທາງອາກາດ
(ພາບ: AFP)
(vovworld) – ກອງທັບ ອາເມລິກາ ໃຫ້ຮູ້ວ່າ: ບັນດາເຮືອບິນສຸ້ຮົບຂອງປະເທດນີ້ໄດ້ປະຕິບັດການບຸກໂຈມຕີ 25 ຄັ້ງຢູ່ ຊີຣີ ແລະ ອີຣັກ ໃນວັນທີ 17 – 18/10, ເພື່ອແນໃສ່ບັນດາທະຫານກະບົດ “ລັດອິດສະລາມ” (IS) ອ້າງຊື່ເອງ ແລະ ບັນດາຮາກຖານນ້ຳມັນແຮ່ໂດຍກຳລັງນີ້ຄວບຄຸມ. ແຈ້ງການລະອຽດກ່ຽວກັບການປະທະກັນຄັ້ງໃໝ່, ກອງບັນຊາການສູນກາງຂອງກອງທັບ ອາເມລິກາ ໃຫ້ຮູ້ວ່າ: ໃນຈຳນວນການບຸກໂຈມຕີຄັ້ງໃໝ່ 15 ຄັ້ງຢູ່ ຊີຣີນັ້ນ, ມີ 12 ຄັ້ງເພື່ອແນໃສ່ເຮັດໃຫ້ກຳລັງນີ້ອ່ອນເພ້ຍລົງ ແລະ ທຳລາຍການເຄື່ອນໄຫວຜະລິດ, ເກັບກຳນ້ຳມັນແຮ່ກໍ່ຄືບັນດາຮາກຖານສະສົມ ແລະ ຂົນສົ່ງນຳ້ມັນຂອງ IS ຢູ່ທາງທິດຕາເວັນອອກແຂວງ Diban ແລະ ທາງທິດຕາເວັນອອກສ່ຽງໃຕ້ແຂວງ Deir Ezzor. ສ່ວນການບຸກໂຈມຕີ 3 ຄັ້ງອີກແມ່ນເພື່ອແນໃສ່ບັນດາຖານທີ່ໝັ້ນສຸ້ຮົບຂອງ IS ຢູ່ໃກ້ກັບເທດສະບານເມືອງ Kobane ແລະ ຄ້າຍທະຫານຢູ່ແຂວງ Raqa.