(VOVWORLD) - ວັນທີ 27 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ກ່າວເຕືອນວ່າ ບັນດາເຫດທົດລອງລູກສອນໄຟນຳວິຖີຂອງຈີນຢູ່ທະເລຕາເວັນອອກພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
ລູກສອນໄຟ DF-26 ຂອງຈີນ (ພາບ: REUTERS) |
ທຳນຽບ 5 ແຈ ດ້ານໜຶ່ງໄດ້ຢັ້ງຢືນວ່າ ກຳລັງຂອງຈີນໄດ້ຍິງລູກສອນໄຟນຳວິຖິ 4 ລູກໃນບັນດາບັ້ນຊ້ອມຮົບຢູ່ເຂດອ້ອມແອ້ມ ໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ພ້ອມທັງ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການກະທຳນີ້ພວມສ້າງຄວາມສົງໄສກ່ຽວກັບຄຳໝັ້ນສັນຍາຂອງຈີນໃນການຫຼີກລ້ຽງບັນດາການກະທຳທີ່ມີລັກສະນະເກາະຜິດ.
ໃນຖະແຫຼງການສະບັບໜຶ່ງ, ທຳນຽບ 5 ແຈໄດ້ຊີ້ແຈ້ງວ່າ ບັນດາການກະທຳຂອງຈີນ, ໃນນັ້ນມີບັນດາເຫດທົດລອງລູກສອນໄຟ, “ໄດ້ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກຂາດສະຖຽນລະພາບຫຼາຍກ່ວາອີກ”.