ອາເມລິກາລົງໂທດ 2 ບໍລິສັດຂອງລັດເຊຍແລະຈີນຍ້ອນກ່ຽວຂ້ອງເຖິງສປປ.ເກົາຫຼີ

(VOVWORLD) -ວັນທີ 13 ກັນຍາ, ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບບໍລິສັດຂອງລັດເຊຍ ແລະ ບໍລິສັດອີກແຫ່ງໜຶ່ງຢູ່ຈີນ ພາຍຫຼັງທີ່ກ່າວຫາວ່າ ວິສາຫະກິດ 2 ແຫ່ງດັ່ງກ່າວໄດ້ໜູນຊ່ວຍໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ.

ອາເມລິກາລົງໂທດ 2 ບໍລິສັດຂອງລັດເຊຍແລະຈີນຍ້ອນກ່ຽວຂ້ອງເຖິງສປປ.ເກົາຫຼີ - ảnh 1ສຳນັກງານກະຊວງການເງິນອາເມລິກາ

(ພາບ: AFP/TTXVN)

ຕາມຖະແຫຼງການຂອງກະຊວງການເງິນອາເມລິກາ ແລ້ວ, ບັນດາມາດຕະການລົງໂທດໃໝ່ແນໃສ່ບໍລິສັດ Volasys Silver Star ຕັ້ງຢູ່ລັດເຊຍ ແລະ ບໍລິສັດ Yanbian Siverstar Network Technology ຕັ້ງຢູ່ຈີນ. ນອກນັ້ນ, ຕາມກະຊວງການຕ່າງປະເທດອາເມລິກາ ແລ້ວ, ມີພົນລະເມືອງສປປ.ເກົາຫຼີ ຜູ້ 1 ທີ່ມີຊື່ວ່າ Song Hwa Jong ກໍ່ຖືກລົງໂທດເຊັ່ນດຽວກັນ.

        ກ່ອນໜ້ານັ້ນ, ວັນທີ 15 ສິງຫາ, ອາເມລິກາ ກໍຈັດວາງຄຳສັ່ງລົງໂທດສຳລັບບໍລິສັດການບໍລິການທ່າກ່ຳປັ່ນລັດເຊຍ ພ້ອມກັບບັນດາບໍລິສັດຈີນ ຍ້ອນໄດ້ຊ່ວຍກ່ຳປັ່ນຂອງສປປ.ເກົາຫຼີ ແລະ ຂາຍຢາສູບ, ເຫຼົ້າໃຫ້ພຽງຢາງ. ກະຊວງການຕ່າງປະເທດລັດເຊຍ ໄດ້ກ່າວເຕືອນວ່າ, ບັນດາຄຳສັ່ງລົງໂທດຂອງອາເມລິກາ ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ