ພາບປະກອບ
|
(vovworld) – ວັນທີ 13/1, ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ: ໃນປີ 2015, ອາເມລິກາ ມີແຜນການສະໜອງບ້ວງເງິນກູ້ຢືມທີ່ມີມູນຄ່າ 2 ຕື້ USD ໃຫ້ແກ່ ຢູແກຼນ. ຕາມແຜນການແລ້ວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ຈະສະໜອງຈຳນວນເງິນ 1 ຕື້ USD ໃນເຄິ່ງຕົ້ນປີ 2015 ແລະ ຈະຝາກຈຳນວນເງິນຍັງເຫຼືອໃນເຄິ່ງທ້າຍປີ ຖ້າຫາກ ຢູແກຼນ ສືບຕໍ່ສະແດງຄວາມຄືບໜ້າໃນການປະຕິບັດໂຄງການປະຕິຮູບໂດຍກອງທຶນເງິນຕາສາກົນ (IMF) ອະລັກຂາ. ທ່ານລັດຖະມົນຕີວ່າການກະຊວງການເງິນ ອາເມລິກາ Jacob Lew ເນັ້ນໜັກວ່າ: ບ້ວງເງິນໜູນຊ່ວຍດ້ານການເງິນຂອງ ອາເມລິກາ ຈະແມ່ນສ່ວນໜຶ່ງໃນບ້ວງເງິນໜູນຊ່ວຍສາກົນທີ່ໃຫຍ່ກ່ວາເພື່ອແນໃສ່ຮັບປະກັນໂຄງການປະຕິຮູບຂອງ ຢູແກຼນ, ກໍ່ຄືຊ່ວຍປະເທດນີ້ຟື້ນຟູດ້ານການເງິນ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດເປັນປົກກະຕິ.