ອາເມລິກາແລະອາບການີ ສະຖານໂຕ້ຖຽງກັນ ກ່ຽວກັບຈຸດເວລາເຊັນ ສັນຍາປ້ອງກັນຄວາມສະຫງົບ


ອາເມລິກາແລະອາບການີ ສະຖານໂຕ້ຖຽງກັນ ກ່ຽວກັບຈຸດເວລາເຊັນ ສັນຍາປ້ອງກັນຄວາມສະຫງົບ - ảnh 1 

(ພາບ: AFP-TTXVN )

 (vovworld)-  ​ເຖິງ​ວ່າ​ໄດ້​ເຫັນ​ດີເປັນ​ເອກະສັນ​ນຳ​ກັນ​ກ່ຽວ​ກັບ​ເອກະສານສະບັບ​ສຸດ​ທ້າຍ​ແລ້ວ​ກໍ່ຕາມ​ ແຕ່​ວ່າ​ໃນວັນ​ທີ 22/11,  ອາ​ເມ​ລິ​ກາ​ ​ແລະ ອາບ​ກາ​ນີສະຖານ ​ຍັງ​ໂຕ້​ຖຽງ​ກັນ​ກ່ຽວ​ກັບຈຸດເວລາ​ເຊັນ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ​ສອງ​ຝ່າຍ (BSA) ກ່ຽວຂ້ອງ​ເຖິງ​ການ​ມີໜ້າ​ຂອງ​ທະຫານ​ອາ​ເມ​ລິ​ກາ ​ຢູ່​ປະ​ເທດ​ອາບ​ກາ​ນີສະຖານ ພາຍຫຼັງ​ວິວັດ​ການ​ຖອນ​ທະຫານ​ໃນ​ທ້າຍປີ 2014. ​ເລື່ອງ​ເຊັນ BSA ລະຫວ່າງ​ເມ​ລິ​ກາ​ ​ແລະ ອາບ​ກາ​ນີສະຖານ​ ​ໄດ້​ພົບ​ກັບ​ສິ່ງ​ກີດຂວາງ​ໃຫ່ຍພາຍຫຼັງທີ່​ໂຄສົກ​ທຳນຽບປະທານາທິບໍດີ​ອາບ​ກາ​ນີສະຖານ​ປະກາດ​ວ່າ, ທ່ານ Hamid Karzai ປະທານາທິບໍດີ​ອາບ​ກາ​ນີສະຖານ​ ອາດ​ຈະ​ໃຫ້​ຜູ້​ສືບ​ທອດ​ທ່ານ ພາຍຫຼັງ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໃນ​ວັນ​ທີ 5/4/2014 ​ເຊັນ​ເອກະສານ​ສະບັບ​ນີ້. ທຳນຽບຂາວ​ຢືນຢັນ​ວ່າ, ​ເລື່ອງອາ​ເມ​ລິ​ກາ​ ​ແລະ ອາບ​ກາ​ນີສະຖານ ​ເຊັນ​ຂໍ້​ຕົກລົງ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ສະບັບ​ໃໝ່​ໃນ​ປີ​ນີ້​ແມ່ນ​ສິ່ງ​ຮີບ​ດ່ວນ. ​ໂຄສົກ​ທຳນຽບຂາວ​ກ່າວ​ເຕືອນ​ວ່າ: ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Barack Obama ຈະ​ພິຈາລະນາ​ບັນດາ​ບ້ວງ​ເງິນ​ອຸປະ​ຖຳຈຳ​ເປັນ​ໃຫ້​ແກ່ອາບ​ກາ​ນີສະຖານ ຄືນ​ໃໝ່ຖ້າ​ຫາກ​ວ່າ​ປະ​ເທດ​ນີ້​ບໍ່​ເຊັນ BSA ​ໃນ​ປີ 2013 ນີ້.

ຂ່າວ/ບົດ​ອື່ນ