ອາເມລິກາໃຫ້ຄຳໝັ້ນ ສັນຍາຍຸບເລີກໝາກ ໝິ່ນໃນທົ່ວໂລກ


ອາເມລິກາໃຫ້ຄຳໝັ້ນ ສັນຍາຍຸບເລີກໝາກ ໝິ່ນໃນທົ່ວໂລກ - ảnh 1

 (ພາບ: Wikimedia)

(vovworld)- ​ ​ຕອນ​ຄ່ຳວັນ​ທີ 8/12 ຕາມ​ເວລາ​ຫວຽດນາມ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ປະກາດ​ບົດ​ລາຍ​ງານ​ປະຈຳ​ປີ​ທີ່​ມີ​ຊື່ວ່າ “​ເພື່ອຍ່າງດ້ວຍ​ຄວາມປອດ​ໄພ​ໃນ​ໜ່ວຍ​ພິພົບ“ ​ໃນ​ນັ້ນຢືນຢັນ​ຄຳໝັ້ນສັນຍາ​​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ສືບຕໍ່ຍຸບ​ເລີກ​ໄພ​ອັນຕະລາຍ​ໂດຍ​ໝາກ​ໝິ່ນ​ກໍ່​ຂຶ້ນ​ຢ່າງ​ສິ້ນ​ເຊີງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ​ໄດ້​ຢ້ຳຄືນ​ບັນດາ​ການ​ກະທົບ​ຂອງ​ໝາກ​ໝິ່ນ​ຊື່​ງທ່ານ​ໄດ້​ເຫັນ​ປະຈັກ​ຕາ​ໃນ​ໄລຍະ​ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່​ຫວຽດນາມ ​ແລະ ຄວາມ​ຮູ້ສຶກ​ຂອງ​ຕົນ​ເມື່ອ​ພົບ​ປະ​ກັບ​ບັນດາ​ຜູ້​ປະສົບ​ເຄາ​ະຮ້າຍ​ຈາກ​ລະ​ເບີດ​ໝາກ​ໝິ່ນ​ໃນ​ທົ່ວ​ໂລກ. ທ່ານ John Kerry ​ເນັ້ນໜັກ​ວ່າ:

  “ຂ້າພະເຈົ້າໄດ້ພົບປະຫຼາຍຄົນທີ່ຮັບບາດແຜຍ້ອນຜົນຮ້າຍຈາກໝາກໝິ່ນ. ຊີວິດຂອງເຂົາເຈົ້າຖືກປ່ຽນແປງ, ບໍ່ຄວນປະໃຫ້ຜູ້ໃດມີຊະຕາກຳດັ່ງກ່າວ, ບໍ່ຄວນປະໃຫ້ປະຊາຊົນຜູ້ໃດຕ້ອງມີຄວາມຢ້ານກົວເມື່ອອອກຈາກຄອບຄົວ, ບໍ່ຄວນ​​ປະໃຫ້ແຂກທ່ອງທ່ຽວຜູ້ໃດຕ້ອງຢ້ານກົວເມື່ອເຂົາເຈົ້າຍ່າງເລາະຕາມໂນນພູ, ບໍ່ຄວນປະໃຫ້ຜູ້ເປັນແມ່ນຜູ້ໃດວິຕົກກັງວົນວ່າລູກຂອງຕົນຈະຖືກໝາກໝິ່ນເມື່ອລະຫຼີ້ນຢູ່ອ້ອມບ້ານ ຫລືບໍ່ສາມາດກັບເມືອບ້ານດ້ວຍຄວາມປອດໄພ“./.

ຂ່າວ/ບົດ​ອື່ນ