ອາເມລິກາ ຈັດສົ່ງຄະນະຜູ້ແທນຂັ້ນສູງໄປ ຢ້ຽມຢາມ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ
(VOVWORLD) -ມີຄະນະຜູ້ແທນຂັ້ນສູງຂອງປະເທດນີ້ ຈະເດີນທາງໄປ ຈີນ ໃນອາທິດຈະມາເຖິງ ເພື່ອສືບຕໍ່ການເຈລະຈາຄັ້ງຕ່າງໆຫວ່າງມໍ່ໆມານີ້ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ງຜິງ
ທ່ານລັດຖະມົນຕີການຕ່າງປະເທດ Antony Blinken
(ພາບ: AFP/TTXVN)
|
ວັນທີ 10 ທັນວາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ, ມີຄະນະຜູ້ແທນຂັ້ນສູງຂອງປະເທດນີ້ ຈະເດີນທາງໄປ ຈີນ ໃນອາທິດຈະມາເຖິງ ເພື່ອສືບຕໍ່ການເຈລະຈາຄັ້ງຕ່າງໆຫວ່າງມໍ່ໆມານີ້ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ງຜິງ ແລະ ກະກຽມໃຫ້ແກ່ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໃນຕົ້ນປີ 2023.
ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາ ອາຊີ - ປາຊີຟິກ Daniel Kritenbrink ແລະ ຫົວໜ້າສະພາຄວາມໝັ້ນຄົງແຫ່ງຊາດ ຮັບຜິດຊອບ ຈີນ Laura Rosenberger ຈະໄປຢ້ຽມຢາມ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ແຕ່ວັນທີ 11-14 ທັນວາ.
ທ້າຍເດືອນ ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ Blinken ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມ ຈີນ ຈະມາເຖິງຂອງທ່ານ ແມ່ນເພື່ອແນໃສ່ຮັກສາການຕິດຕໍ່ລະຫວ່າງ 2 ປະເທດ ພາຍຫຼັງການພົບປະໂດຍກົງລະຫວ່າງທ່ານປະທານາທິບໍດີ Joe Biden ແບະ ທ່ານປະທານປະເທດ ຈີນ ສີຈິ້ງຜິງ ຢູ່ນອກກອງປະຊຸມນສຸດຍອດ G20 ຜ່ານມາ.