ອາເມລິກາ ຊອກຫາວິທີຊຸກຍູ້ການເຈລະຈາປອດນິວເຄຼຍກັບ ສປປ.ເກົາຫຼີ
(VOVWORLD) -ອາເມລິກາ ສະເໜີໃຫ້ດຳເນີນການເຈລະຈາ ແລະ ຫວັງວ່າ ຈະໄດ້ຮັບຄຳຕອບຈາກ ສປປ.ເກົາຫຼີ ໂດຍໄວ. ທ່ານນາງ ກໍເນັ້ນໜັກວ່າ ຈະຊອກຫາວິທີປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ ເມື່ອທ່ານນາງເດີນທາງໄປຍັງ ປັກກິ່ງ ໃນວັນອາທິດນີ້.
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ປຶກສາຫາລືກັບ ສ.ເກົາຫຼີ ກ່ຽວກັບການດຳເນີນການເຈລະຈາ ປອດນິວເຄຼຍ ກັບ ສປປ.ເກົາຫຼີ (ພາບ: Reuters) |
ໃນວັນທີ 23 ກໍລະກົດ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໃຫ້ຮູ້ວ່າ ອາເມລິກາ ພວມຊອກຫາວິທີທີ່ໜ້າໄວ້ວາງໃຈ, ຄາດຄະເນໄດ້ງ່າຍ ແລະ ມີລັກສະນະສ້າງສັນເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາປອດນິວເຄຼຍ ເຊິ່ງພວມຕົກເຂົ້າສູ່ສະພາບຈົນຕາແຈກັບ ອີຣານ. ທີ່ການພົບປະກັບຄູ່ຕຳແໜ່ງ ສ.ເກົາຫຼີ Choi Jong Kun ຢູ່ນະຄອນຫຼວງ ເຊີອູນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໃຫ້ຮູ້ວ່າ: ອາເມລິກາ ສະເໜີໃຫ້ດຳເນີນການເຈລະຈາ ແລະ ຫວັງວ່າ ຈະໄດ້ຮັບຄຳຕອບຈາກ ສປປ.ເກົາຫຼີ ໂດຍໄວ. ທ່ານນາງ ກໍເນັ້ນໜັກວ່າ ຈະຊອກຫາວິທີປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ ເມື່ອທ່ານນາງເດີນທາງໄປຍັງ ປັກກິ່ງ ໃນວັນອາທິດນີ້.
ກ່ຽວຂ້ອງເຖິງການພົວພັນລະຫວ່າງ ອາເມລິກາ - ຈີນ, ທ່ານນາງ ຖືວ່າ ການພົວພັນລະຫວ່າງສອງຝ່າຍ ມີການແກ້ງແຍ້ງ, ສິ່ງທ້າທາຍ ແລະ ສາມາດຮ່ວມມືກັນ ລວມທັງການສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສິ້ນເຊີງ. ທ່ານນາງ ກໍຮຽກຮ້ອງໃຫ້ ສ.ເກົາຫຼີ ແລະ ອາເມລິກາ ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.