ອາເມລິກາ ຍົກເລີກການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ຂອງກຸ່ມບໍລິສັດ ມິນຝູ
(VOVWORLD) -CBP ໄດ້ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ກ່ຽວກັບການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ອິນເດຍ ຕໍ່ກັບກຸ່ມບໍລິສັດ ມິນຝູ ທີ່ສົ່ງອອກໄປຍັງ ອາເມລິກາ.
ລະບົບປຸງແຕ່ງຜະລິດຕະພັນກຸ້ງ ຂອງກຸ່ມບໍລິສັດສິນໃນນ້ຳ ມິນຝູ (ພາບ: TTXVN) |
ວັນທີ 17 ກຸມພາ, ກຸ່ມບໍລິສັດສິນໃນນ້ຳ ມິນຝູ ໃຫ້ຮູ້ວ່າ ເຂົາເຈົ້າຫາກໍໄດ້ຮັບຂໍ້ຕົກລົງແກ້ໄຂໃບຮ້ອງຟ້ອງ ຈາກ ອົງການພາສີ ອາເມລິກາ (CBP) ທີ່ກ່ຽວຂ້ອງເຖິງການຈັດວາງພາສີຕ້ານການຂາຍບຸບລາຄາຜະລິດຕະພັນກຸ້ງ. ຕາມນັ້ນແລ້ວ, CBP ໄດ້ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ກ່ຽວກັບການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ອິນເດຍ ຕໍ່ກັບກຸ່ມບໍລິສັດ ມິນຝູ ທີ່ສົ່ງອອກໄປຍັງ ອາເມລິກາ.
ທ່ານ ເລວັນກວາງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດສິນໃນນ້ຳ ມິນຝູ ໃຫ້ຮູ້ວ່າ ຂໍ້ຕົກລົງສະບັບຫຼ້າສຸດ ຂອງ CBP ຈະອະນຸຍາດໃຫ້ ກຸ່ມບໍລິສັດ ມິນຝູ ສືບຕໍ່ສົ່ງອອກຜະລິດຕະພັນ ກຸ້ງແຊເຢັນ ໄປຍັງ ອາເມລິກາ ໂດຍບໍ່ຕ້ອງເສຍພາສີຕ້ານການຂາຍບຸບລາຄາເພີ່ມເຕີມ. ພ້ອມກັນນັ້ນ, ກຸ່ມບໍລິສັດ ມິນຝູ ຍັງໄດ້ຮັບບ້ວງເງິນເສຍພາສີຕ້ານການຂາຍບຸບລາຄາ ທີ່ຈ່າຍໄປກ່ອນນັ້ນອີກດ້ວຍ.