ອາເມລິກາ ຢາກສືບຕໍ່ເຈລະຈາດ້ານການຄ້າ ກັບ ຈີນ

(VOVWORLD) -ອໍານາດການປົກຄອງ ອາເມລິກາ Donald Trump ຢາກສືບຕໍ່ດໍາເນີນບັນດາການເຈລະຈາດ້ານການຄ້າກັບ ຈີນ ແລະ ຍັງຄົງຂຶ້ນແຜນຕ້ອນຮັບຄະນະປະຕິບັດງານຈີນ ໄປຍັງ ອາເມລິກາ ເພື່ອເຊື່ອມຕໍ່ການເຈລະຈາໃນເດືອນ ກັນຍາ ຈະມາເຖິງ.

        ເມື່ອຕອບສໍາພາດຕໍ່ນັກຂ່າວຊ່ອງໂທລະພາບ CNBC ໃນວັນທີ 06 ສິງຫາ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດຂອງທໍານຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ບໍ່ມີຄວາມພໍໃຈຕໍ່ໝາກຜົນຂອງການເຈລະຈາດ້ານການຄ້າ ທີ່ຫາກໍດໍາເນີນຢູ່ປັກກິ່ງ ເມື່ອຕົ້ນເດືອນນີ້. ທ່ານ Larry Kudlow ກ່າວຕື່ມອີກວ່າ ທ່ານປະທານາທິບໍດີ Donald Trump ຢາກສືບຕໍ່ເຈລະຈາ ແລະ ກ້າວໄປເຖິງການບັນລຸໄດ້ຂໍ້ຕົກລົງ ແຕ່ຕ້ອງແມ່ນຂໍ້ຕົກລົງທີ່ມີປະໂຫຍດສໍາລັບ ອາເມລິກາ. ກໍຕາມທ່ານ Larry Kudlow ແລ້ວ, ປັດຈຸບັນ ອໍານາດການປົກຄອງ Donald Trump ຍັງບໍ່ຄໍານຶງເຖິງບັນດາບາດກ້າວເດີນຕໍ່ໄປ ສໍາລັບບັນດາການກະທໍາກ່ຽວກັບເງິນຕາຂອງ ຈີນ ແລະ ຈະສືບຕໍ່ໜູນຊ່ວຍຊາວກະສິກອນ ອາເມລິກາ ຖ້າຫາກມີຄວາມຈໍາເປັນ.


ຕອບກັບ

ຂ່າວ/ບົດ​ອື່ນ