ອາເມລິກາ: ເກີດເຫດລະເບີດບາດໃຫຍ່ເຮັດໃຫ້ນະຄອນ Nashville ສັ່ນສະເທືອນໃນວັນບຸນຄຼິດສະມາດ
(VOVWORLD) - ເຫດລະເບີດແຕກໄດ້ເຮັດໃຫ້ສັ່ນສະເທືອນໄປທົ່ວນະຄອນ Nashville ຂອງ ປະເທດ ອາເມລິກາ ໃນຮຸ່ງເຊົ້າວັນບຸນ ຄຼິດສະມາດ (ວັນທີ 25 ທັນວາ) ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 3 ຄົນ.
ເຫດລະເບີດບາດໃຫຍ່ເຮັດໃຫ້ນະຄອນ Nashville ສັ່ນສະເທືອນໃນວັນບຸນຄຼິດສະມາດ (ພາບ: VOV) |
ທ່ານ John Drake ຫົວໜ້າຕຳຫຼວດ ໃຫ້ຮູ້ວ່າ ໃນເວລາ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ມີລົດໂອໂຕຄັນໜຶ່ງຈອດຢູ່ ໃຈກາງນະຄອນ Nashville, ລັດ Tennesssee ໄດ້ເປີດເທບບັນທຶກສຽງກ່າວເຕືອນກ່ຽວກັບເຫດເກີດລະເບີດ ກ່ອນທີ່ລະເບີດຈະແຕກ. ໂຄສົກຕຳຫຼວດນະຄອນດັ່ງກ່າວ ໃຫ້ຂໍ້ສັງເກດວ່າ, ເຫດລະເບີດດັ່ງກ່າວ ແມ່ນການກະທຳໂດຍເຈດຕະນາ ແລະ ຈະດຳເນີນການສືບສວນຄືດັ່ງການກະທຳກໍ່ການຮ້າຍ.