ອຳນາດການປົກຄອງຮົງກົງ(ປະເທດຈີນ)ແລະນັກສຶກສາແຫ່ຂະບວນປະທ້ວງສິ້ນສຸດການໂອ້ລົມສົນທະນາຄັ້ງທຳອິດ

ອຳນາດການປົກຄອງຮົງກົງ(ປະເທດຈີນ)ແລະນັກສຶກສາແຫ່ຂະບວນປະທ້ວງສິ້ນສຸດການໂອ້ລົມສົນທະນາຄັ້ງທຳອິດ - ảnh 1
ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ເມືອງ Admiralty, ຮົງ​ກົງ​ໃນ​ວັນ​ທີ 20/10
(ພາບ: AFP-TTXVN)

(vovworld) – ​​ວັນ​ທີ 21/10, ອຳ​ນາດ​ການ​ປົ​ກ​ຄອງ​ເຂດ​ບໍ​ລິ​ຫາ​ນ​ພິ​ເສດ ຮົງ​ກົງ (ປະ​ເທດ​ຈີນ) ໄດ້​ໂອ້​ລົມ​ສົນ​ທະ​ນາ​​ທາງ​ການຄັ້ງ​ທຳ​ອິດ​ກັບ​ສະ​ຫະ​ສະ​ມາ​ຄົມ​ນັກ​ສຶກ​ສາ ຮົງ​ກົງ (HKFS), ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງຂອງ​ຂະ​ບວນ​ການ “ຢືດ​ຄອງ​ເຂດໃຈ​ກາງ” ເພື່ອ​ແນ​ໃສ່​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ຢຸດ​ຕິ​ຂະ​ບວນ​ການ​ແຫ່​ຂະ​ບວນ​ປະ​ທ້ວງນີ້ໂດຍ​ສັນ​ຕິ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວພາຍຫຼັງ​ການ​ໂອ້​ລົມ​ສົນ​ທະ​ນາ, ຫົວ​ໜ້າ​ກົມ​ບໍ​ລິ​ຫານ ຮົງ​ກົງ ທ່າ​ນ​ນາງ ຫຼິງ​ເຈິງ​ຢູວ​ເອີ້ ໃຫ້​ຮູ້​ວ່າ: ບັນ​ດາ​ບັນ​ຫາ​ທີ່​ໄດ້​ວາງ​ອອກ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ ລ​ວມ​ມີ​ເລື່ອງ​ລົບ​ລ້າງ​ລະ​ບົບ​ເລືອກ​ຕັ້ງ​ຕາມ​ເຂດ​ກ່ຽວ​ຂ້ອງ ແລະ ພົນ​ລະ​ເມືອງ ​ແຕ່ງ​ຕັ້ງ​ທີ່… ບໍ່​ເໝາະ​ສົມ​ກັບ​ກົດ​ໝາຍ​ພື້ນ​ຖານ, ພ້ອມ​ທັງ​ຍອມ​ຮັບ​ວ່າ 2 ຝ່າຍ​ຍັງ​ຄົງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ບັນ​ດາຫຼັກ​ການ​ສຳ​ຄັນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ນາງ ຫຼິງ​ເຈິງ​ຢູວ​ເອີ້  ກໍ່​ສະ​ແດງ​ຄວາມ​ຫວັງ​ຈະ​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ການ​ນຳ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ. ທ່ານ​ນາງກໍ່​ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ ຮົງ​ກົງ ຈະ​​ສ່ອງ​ແສງຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ຫ້ອງການ​ປະ​ຕິ​ບັດ​ງານ ຮົງ​ກົງ - ມາ​ເກົາ ​ທີ່ຂຶ້ນ​ກັບ​ລັດ​ຖະ​ບານ ຈີນ ບົດ​ລາຍ​ງານ​ພິ​ເສດ​​ທີ່ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ