ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ແລະ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ
ພາບ:baoquocte.vn
|
(vovworld)- ຕອນບ່າຍວັນທີ 3/10, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໄດ້ເຮັດວຽກກັບການນຳ ກະຊວງອຸດສາຫະກຳ ແລະ ການຄ້າ, ການນຳບາງກະຊວງ ແລະ ກຸ່ມບໍລິສັດໄຟຟ້າຫວຽດນາມ, ບໍລິສັດນ້ຳມັນອາຍແກສແຫ່ງຊາດຫວຽດນາມ ກ່ຽວກັບບັນດາມາດຕະການສ້າງຄວາມດຸ່ນດ່ຽງແຫລ່ງໄຟຟ້າ, ຮັບປະກັນມີໄຟຟ້າຢ່າງພຽງພໍເພື່ອຮັບໃຊ້ຄວາມຕ້ອງການການພັດທະນາຂອງປະເທດຊາດໃນຕໍ່ຫນ້າ ແລະ ຍາວນານ. ຕາມການຕີລາຄາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ດ້ວຍການຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ການບໍລິຫານຮ່ວມຂອງກະຊວງອຸດສາຫະກຳ - ການຄ້າ ແລະ ກຸ່ມບໍລິສັດໄຟຟ້າຫວຽດນາມ, ເລື່ອງກຸ່ມບໍລໍສັດນ້ຳມັນອາຍແກສ ຫວຽດນາມ ສ້າງໂຮງງານໄຟຟ້າຈຳນວນຫນຶ່ງ ແລະ ເລື່ອງວິສາຫະກິດຕ່າງປະເທດລົງທຶນເຂົ້າໃນການຜະລິດໄຟຟ້າ, ໄລຍະຜ່ານມາ, ຫວຽດນາມ ໄດ້ນຳລະບົບໄຟຟ້າເຂົ້າໃຊ້ການບັນລຸໝາກຜົນດີ, ຮັບປະກັນຄວາມປອດໄພ, ຕອບສະຫນອງຄວາມຕ້ອງການແຫລ່ງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໃນຊຸມປີມໍ່ໆມານີ້ ການສ້າງຄວາມດຸ່ນດ່ຽງດ້ານພະລັງງານໄຟຟ້າສືບຕໍ່ແມ່ນຄວາມສຳຄັນຂອງພື້ນຖານເສດຖະກິດ ແລະ ໄດ້ຮັບປະກັນເປັນຢ່າງດີ, ຮັບໃຊ້ການຜະລິດ, ຊີວິດຂອງປະຊາຊົນ. ນີ້ແມ່ນປະຖົມປັດໄຈສຳຄັນ ຮັບປະກັນການເຕີບໂຕເສດຖະກິດໃນໄລຍະຜ່ານມາ.