(ພາບ:vtc.vn)
(vovworld)- ວັນທີ 26/8, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ມີການເຮັດວຽກກັບອົງການອະນຸລັກຮັກສາທຳມະຊາດໂລກປະຈຳຫວຽດນາມ (IUCN) ເພື່ອແນໃສ່ຮ່ວມມື, ສືບຕໍ່ຜັນຂະຫຍາຍບັນດາໂຄງການພາກພື້ນ ໂດຍສະຫະພາບເອີລົບ (EU) ອຸປະຖຳ, ໜູນຊ່ວຍ ປຊຊ ເຂດແຄມທະເລ ແລະ ປັບປຸງລະບົບຊີວະພາບຕໍ່ໜ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານຈູຟ້າມຫງອກຫຽນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ IUCN ໃນການຊ່ວຍເຫຼືອພະນັກງານ, ປຊຊ ເພີ່ມທະວີຄວາມສາມາດ, ຄວາມຮູ້ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໂດຍໄດ້ເລິ່ມແຕ່ເດືອນ 9/2011, ໂຄງການເພີ່ມທະວີຄວາມສາມາດຮັບມືກັບການກະທົບຂອງການປ່ຽນແປງຈາກດິນຟ້າອາກາດຢູ່ບັນດາເຂດແຄມທະເລອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການປະຕິບັດຢູ່ສະຖານທີ່ 4 ແຫ່ງໃນເຂດທົ່ງພຽງແມ່ນຳຂອງ ລວມມີ: ຊອກຈັງ, ເບັນແຈ, ກຽນຢາງ ແລະ ເມືອງກັນເຢີ (ນະຄອນໂຮ່ຈິມິນ). ໃນໄລຍະຈະມາເຖິງ, ໂຄງການຈະເຊັນຂໍ້ຕົກລົງຮ່ວມມືຢູ່ທ້ອງຖິ່ນຕ່າງໆ ດ້ວຍຈຸດປະສົງຊ່ວຍ ປຊຊ ມີບັນດາການເຄື່ຶອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.