(vovworld) – ຄະນະຜູ້ແທນຂັ້ນສູງອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ ນຳໂດຍທ່ານພົນເອກ Bortnikov A.V, ຜູ້ອຳນວຍການອົງການປ້ອງກັນຄວາມສະຫງົບສະຫະພັນ ເປັນຫົວໜ້າຄະນະ, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກກັບກະຊວງຕຳຫຼວດ ຫວຽດນາມ ແຕ່ວັນທີ 2 - 4/4. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການທີ່ສຳນັກງານກະຊວງຕຳຫຼວດເມື່ອວັນທີ 2/4, ທ່ານພົນເອກ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານພົນເອກ Bortnikov A.V ໄດ້ເປັນປະທານການເຈລະຈາລະຫວ່າງ 2 ຝ່າຍ. ທີ່ການເຈລະຈາ, 2 ຝ່າຍໄດ້ເປັນເອກະພາບບັນດາມາດຕະການເພີ່ມທະວີການຮ່ວມມື, ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ປົກປັກຮັກສາຄວາມສະຫງົບຂອງແຕ່ລະປະເທດ, ປະກອບສ່ວນປົກປັກຮັກສາສັນຕິພາບ, ຄວາມສະຫງົບໃນພາກພື້ນ ແລະ ຢູ່ໃນໂລກ. ທ່ານລັດຖະມົນຕີ ເຈີນດ້າຍກວາງ ແລະ ທ່ານພົນເອກ Bortnikov A.V ພ້ອມກັນເຊັນແຜນການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ.