ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ, ເບິ່ງແຍງດູແລບັນດາຜູ້ຖືກເຄາະຮ້າຍຈາກທາດພພິດສີສົ້ມດີໂອຊິນ

(VOVWORLD) -ວັນທີ 07 ສິງຫາ, ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນເກີນເທີ ໄດ້ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມນະຄອນເກີນເທີ ຈັດຕັ້ງການພົບປະ, ມອບຂອງຂວັນໃຫ້ບັນດາຜູ້ຖືກຕິດທາດພິດສີສົ້ມດີໂອຊິນ ແລະ ຄອບຄົວຂອງຜູ້ຖືກຕິດທາດພິດສີສົ້ມດີໂອຊິນ

ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ, ເບິ່ງແຍງດູແລບັນດາຜູ້ຖືກເຄາະຮ້າຍຈາກທາດພພິດສີສົ້ມດີໂອຊິນ - ảnh 1 ມອບຂອງຂວັນໃຫ້ບັນດາຜູ້ຖືກຕິດທາດພິດສີສົ້ມດີໂອຊິນ ແລະ ຄອບຄົວຂອງຜູ້ຖືກຕິດທາດພິດສີສົ້ມດີໂອຊິນ

(ພາບ: baocantho.com.vn)

ພ້ອມທັງຍ້ອງຍໍຊົມເຊຍບັນດາຜູ້ຖືກຕິດທາດພິດສີສົ້ມດີໂອຊິນ ທີ່ເປັນຕົວແບບໄດ້ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກໃນບໍລິເວນແຂວງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນຜູ້ຖືກຕິດທາດພິດສີສົ້ມດີໂອຊິນຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2018). ທີ່ການພົບປະ, ສະມາຄົມຜູ້ຖືກຕິດທາດພິດສີສົ້ມດີໂອຊິນນະຄອນເກີນເທີ ໄດ້ມອບໃບຍ້ອງຍ ແລະ ຫຼຽນກາທີລະນຶກໃຫ້ສ່ວນບຸກຄົນທີ່ຕິດທາດພິດສີສົ້ມດີໂອຊິນດີເດັ່ນບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ 50 ຄົນ; ມອບເຮືອນແຫ່ງສາຍຈິດມິດໃຈ 10 ຫຼັງ ໃຫ້ບັນດາຄອບຄົວຜູ້ຖືກຕິດທາດພິດສີສົ້ມດີໂອຊິນ ແລະ ທຶນສຶກສາ 125 ທຶນໃຫ້ພວກລູກ, ຫຼານຜູ້ຖືກຕິດທາດພິດສີສົ້ມດີໂອຊິນທີ່ມີຈິດໃຈບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກໃນການຮ່ຳຮຽນ…

ຕອບກັບ

ຂ່າວ/ບົດ​ອື່ນ