ຮອງນາຍົກລັດຖະມົນຕີຈີ້ງດີງຢຸງພົບປະກັບ ຫົວໜ້າຫ້ອງວ່າການຄະນະລັດຖະບານຍີປຸ່ນ

ຮອງນາຍົກລັດຖະມົນຕີຈີ້ງດີງຢຸງພົບປະກັບ ຫົວໜ້າຫ້ອງວ່າການຄະນະລັດຖະບານຍີປຸ່ນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈີ້ງ​ດີງ​ຢຸງ ແລະ ທ່ານ​ຫົວ​ໜ້າ​ຫ້ອງວ​່າ​ການ​ຄະ​ນະ​ລັດ​ຖະ​ບານ​ຍີ​ປຸ່ນ Yoshihide Sug


(vovworld)- ທີ່​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈີ້ງ​ດີງ​ຢຸງກັບ​ຫົວ​ໜ້າ​ຫ້ອງວ​່າ​ການ​ຄະ​ນະ​ລັດ​ຖະ​ບານ​ຍີ​ປຸ່ນ Yoshihide Suga ຢູ່​ໂຕ​ກຽວ ປະ​ເທດ​ຍີ​ປຸ່ນ, ທ່ານ​ທັງ 2 ໄດ້​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ໜ້າ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ແລະ ຕິດ​ແທດ​ຕົວ​ຈິງ​ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດຢ່າງ​ກ້​ວາງ​ເລິກ​ລະ​ຫວ່າງ​ຫວຽດ​ນາມ-ຍີ​ປຸ່ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ເສດ​ຖະ​ກິດ. 2 ຝ່າຍ​ໄດ້​ເຫັນ​ດີເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໂດຍ​ຜ່ານ​ການ​ສືບ​ຕໍ່​ຮັກ​ສາ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ຂັ້ນ​ສູງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຊຶ່ງ​ໃນ​ສະ​ເພາະ​ໜ້າ​ແມ່ນ​ການ​ກະ​ກຽມ​ຕ້ອນ​ຮັບ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ​ ຍີ​ປຸ່ນສະ​ເດັດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມໃນ​ຕົ້ນ​ປີ 2017 ແລະ ການ​ຢ້ຽມ​ຢາມ​ຍີ​ປຸ່ນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກໃນ​ຕົ້ນ​ປີ 2017. ​  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈີ້ງ​ດີງ​ຢຸງ ຢືນ​ຢັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ​ຖື​ຍີ​ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ແຖວ​ໜ້າ ແລະ​ ຍາວ​ນານ, ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ຫວັງ​ຊຸກ​ຍູ້​ການຮ່ວມ​ມືກັບ​ຍີ​ປຸ່ນ​ຢ່າງ​ໃຫ້​ແຂງ​ແຮງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.
ຂ່າວ/ບົດ​ອື່ນ