ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບລັດຖະມົນຕີການຕ່າງປະເທດອູຣູກວາຍ
ທ່ານ Rodolfo Nin Novoa ແລະ ທ່ານ ຟ້າມບີ່ງມີງ
|
(vovworld) – ຕອນເຊົ້າວັນທີ 21/10, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ເປັນເຈົ້າການພິທີຕ້ອນຮັບ ແລະ ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດ ອູຣູກວາຍ Rodolfo Nin Novoa ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22/10.
ທີ່ການເຈລະຈາ, 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການສ້າງຕັ້ງຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນຢ່າງໄວຕາມຈິດໃຈສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນທີ່ໄດ້ຮັບການລົງນາມແລ້ວ ແລະ ມີຜົນສັກສິດນັບແຕ່ເດືອນ 4/2016. ສອງຝ່າຍກໍ່ດຳເນີນການເຈລະຈາເພື່ອມຸ່ງໄປເຖິງການເຊັນບັນດາຂໍ້ຕົກລົງກ່ຽວກັບພາສີ, ກວດໂລກລະບາດສຳລັບສັດ - ພືດ… 2 ຝ່າຍຊຸກຍູ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ບຳລຸງສ້າງ, ກິລາ ແລະ ການທ່ອງທ່ຽວຜ່ານບັນດາລາຍການ, ໂຄງການຮ່ວມມືລະອຽດ.