ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງຊາວເຜົ່າສ່ວນໜ້ອຍແຂວງລ້າງເຊີນ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງຊາວເຜົ່າຊ່ວນໜ້ອຍແຂວງລ້າງເຊີນ
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 29/05, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີອິດທິພົນຊື່ສຽງຊາວເຜົ່າຊ່ວນໜ້ອຍແຂວງລ້າງເຊີນ, ເນື່ອງໃນໂອກາດຄະນະມາຢ້ຽມຢາມຮ່າໂນ້ຍ ແລະ ໄປຖອດຖອນບົດຮຽນຢູ່ບາງທ້ອງຖິ່ນ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ, ອຳນາດການປົກຄອງແຂວງລ້າງເຊີນ ສືບຕໍເອົາໃຈໃສ່, ລະດົມກຳລັງໃຈ ແລະ ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຂອງຜູ້ມີອິດທິພົນຊື່ສຽງຢ່າງທັນການ; ປະຕິບັດບັນດາລະບອບ, ນະໂຍບາຍຂອງພັກ, ລັດ ທີ່ມີຕໍ່ຊາວເຜົ່າສ່ວນໜ້ອຍ, ໃນນັ້ນມີນະໂຍບາຍສຳລັບຜູ້ມີອິດທິພົນຊື່ສຽງໃຫ້ເປັນຢ່າງດີ; ປາດຖະໜາວ່າ, ຜູ້ມີອິດທິພົນຊື່ສຽງໃນບັນດາເຜົ່າສ່ວນໜ້ອຍແຂວງລ້າງເຊີນ ສືບຕໍ່ທະວີຄຸນ ແລະ ນັບມື້ນັບເສີມຂະຫຍາຍບົດບາດ, ອິດທິພົນຊື່ສຽງຂອງຕົນໃນການເຄື່ອນໄຫວຕ່າງໆເປັນຢ່າງດີກວ່າອີກ…