ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບຄະນະບໍລິຫານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຫວຽດນາມ

ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບຄະນະບໍລິຫານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ
(ພາບ: VGP)

(vovworld) - ​ຕອນ​ບ່າຍ​ວັນ​ທີ 04/12, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ໃຫ້​ການຕ້ອນ​ຮັບ​ຄະ​ນະ​ບໍ​ລິ​ຫານ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ມີ​ຫຼາຍ​ມາດ​ຖານ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ໃນ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຈະ​ໄ​ດ້​ຫັນ​ເປັນ​ລະ​ອຽດ​ໃນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ ກໍ​ຄື​ການ​ຊີ້​ນຳ​ນຳ​ພາ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ. ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ແລ້ວ, ຫວຽດ​ນາມ ຫາ​ກໍ​ພ້ອມ​ກັບ 11 ປະ​ເທດ​ອື່ນ​​ສຳ​ເລັດ​ການເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ, ກໍ​ຄື​ກ່ອນ​ນີ້ ເມື່ອ​ເຂົ້າເປັນ​ສະມາ​ຊິກ​ຂອງ​ອົງ​ການ​ກາ​ນ​ຄ​້າ​ໂລກ, ສະ​ນັ້ນ, ຕ້ອງ​ສືບ​ຕໍ​ປ່ຽນ​ແປງ, ປ່ຽນ​ໃໝ່​ບັນ​ດາ​ຂົງ​ເຂດ​ໂດຍ​ພື້ນ​ຖ​ານ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​​ດຳ​ເນີນ​ທຸ​ລະ​ກິດທີ່​ອຳ​ນວຍ​ຄວາມສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ