ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງດົ່ງທາບ

ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງດົ່ງທາບ - ảnh 1

ຮອງ​ນາຍົກລັດຖະມົນຕີຫວູວັນ​ນິງຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່ມີ​ຄຸນງາມ​ຄວາມ​ດີ​ແຂວງ​ດົ່ງ​ທາ​ບ

(ພາບ: VGP/Thành Chung)

(vovworld) - ບັນດາ​ທ້ອງ​ຖີ່​ນຕ້ອງ​ສຶບຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ​ເພື່ອ​ໃຫ້ວຽກ​ງານ​​ເບິ່ງ​ແຍງ​ດູ​ແລ, ຕອບ​ບຸນ​ແທນ​ຄຸນ​ຜູ້​ມີ​ຄຸນງາມຄວາມດີ​ນັບ​ມື້​ນັບ​ດີ​ກ່ວາ. ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່ມີ​ຄຸນງາມຄວາມດີ​ແຂວງ ດົ່ງ​ທາ​ບ, ​ໃນ​ຕອນ​ບ່າຍ​ວັນ​ທີ 5/6 ຢູ່​ຮ່າ​ໂນ້ຍ.

        ຄະນະ​ຜູ້​ແທນ​ລວມມີ 43 ຄົນ​ເຊິ່ງ​ແມ່ນ​ທະຫານ​ເສຍ​ອົງຄະ, ຍາດຕິ​ພີ່ນ້ອງ​ນັກຮົບ​ທີ່​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ, ຜູ້​​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ທີ່ຖືກ​​ຈຳ​ຄຸກຖືກ​ຕິດ​ທາ​ດພິດ​ເຄມີ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຫວັງ​ວ່າ: ບັນດາ​ຜູ້​ມີ​ຄຸນງາມຄວາມດີ​​ແຂວງ ດົ່ງ​ທາ​ບ ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິບັດ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ສືບ​ຕໍ່​ສຶກສາ​ລຸ້ນໜຸ່ມ​ຕັ້ງ​ໜ້າ​ອອກ​ແຮງ​ງານ, ຮຳ່​ຮຽນ, ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທ​​ດຊາດ​​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂ້ັມ​ແຂງ.


ຂ່າວ/ບົດ​ອື່ນ